ອັດງານຕະຫລາດນັດ ຈີນ - ອາຊຽນ (CAEXPO) ຄັ້ງທີ 9

(vovworld) - ຕອນ​ບ່າຍ​ວັນ​ທີ 25/9, ພິທີ​ອັດ​ງານ​ຕະຫລາດນັດ ຈີນ - ອາ​ຊຽນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ (CABIS) ຄັ້ງ​ທີ 9 ​ໄດ້​ຮັບ​ການຈັດ​​ຂຶ້ນ​ຢູ່ ນະຄອນ ຫນານ​ຫນິງ, ​ເຂດ​ປົກຄອງ​ຕົນ​ເອງ ​ເຜົ່າ​ຈວ້າງ ​ແຂວງ ກວາງຊີ ປະ​ເ  ທດ​ຈີນ. ກ່າວ​ຄຳ​ເຫັນ​ອັດ​ພິທີ, ທ່ານ​ຮອງ​ຫົວຫນ້າ​ຄະນະ​ຈັດ​ຕັ້ງ ທັງ​ເປັນ​ເລຂາທິການ​ໃຫຍ່ ງານ​ຕະຫລາດນັດ ຈີນ - ອາ​ຊຽນ, ຮອງ​ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າຈວ້າງ ​ແຂວງ​ກວາ​ງຊີ ຖື​ວ່າ: ປີ​ນີ້​ແມ່ນ​ຄົບຮອບ 10 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ລະຫວ່າງ ຈີນ ​ແລະ ອາ​ຊຽນ ພ້ອມ​ທັງ​​ແມ່ນ​ປີ​ຊຶ່ງ​ບັນດາ​ປະ​ເທດ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສະພາບ​ເສດຖະກິດ​​ໂລກ​ມີ​ການ​ຜັນ​​ແປ​ໄປ​ຢ່າງ​ສັບສົນ, ​ເລື່ອງ​ຈັດ​ຕັ້ງ​ງານ​ຕະຫລາດນັດ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ, ການ​ຄ້າ ລະຫວ່າງ ຈີນ ​ແລະ ອາ​ຊຽນ ຄັ້ງ​ນີ້​ສຳ​ເລັດ​ຜົນ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ ​ແລະ ມີຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ.
 

ອັດງານຕະຫລາດນັດ ຈີນ - ອາຊຽນ (CAEXPO) ຄັ້ງທີ 9 - ảnh 1
ການນຳຫລາຍປະເທດເຂົ້າຮ່ວມງານຕະຫລາດນັດ ຈີນ -ອາຊຽນ
ພາບ: internet

ຕາມ​ການ​ຕີ​ລາຄາ​ຂອງ​ຄະນະ​ຈັດ​ຕັ້ງ​ແລ້ວ, ງານ​ຕະຫລາດນັດ ຈີນ - ອຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ​​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳຫລາຍ​ປະ​ເທດ​ຄື: ຮອງ​ປະທານ​ປະ​ເທດ ຈີນ ສີ​ຈິ້ນຜິງ, ປະທານາທິບໍດີ ມ້ຽນ​ມາ  Thein Sein ​ແລະ ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung, ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ …ພ້ອມ​ກັບ​​ເຈົ້າ​ຫນາ​ທີ່​ຂັ້ນ​ລັດຖະມົນຕີ ​ເກືອບ 300 ທ່ານ ພ້ອມ​ດ້ວຍ​ຜູ້ຕາງຫນ້າ​ການນຳ​ບັນດາ​ອົງກາ​ນຈັດ​ຕັ້ງ​ສາກົນ​ເປັນ​ຈຳນວນ​ຫລວງຫລາຍ.

 

 

 

 

ຂ່າວ/ບົດ​ອື່ນ