ອັດງານບຸນ ກາເຟ ບວນມາທວດ ຄັ້ງທີ 7

(VOVWORLD) - ພາຍຫລັງຈັດຕັ້ງມາເປັນເວລາກ່ວາ 1 ອາທິດ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ຕອນຄ່ຳວັນທີ 16 ມີນາ, ທີ່ນະຄອນ ບວນມາທວດ, ແຂວງ ດັກລັກ ໄດ້ດຳເນີນພິທີອັດງານບຸນ ກາເຟ ບວນມາທວດ ຄັ້ງທີ 7 ປີ 2019.
ອັດງານບຸນ ກາເຟ ບວນມາທວດ ຄັ້ງທີ 7 - ảnh 1 ພິທີອັດງານບຸນ ກາເຟ ບວນມາທວດ ຄັ້ງທີ 7 ປີ 2019

ງານບຸນດຳເນີນແຕ່ວັນທີ 9 – 16 ມີນາ, ໄດ້ດຶງດູດແຂກທ່ອງທ່ຽວມາທ່ຽວຢູ່ແຂວງ ດັກລັກ ປະມານ 50.000 ເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 6000 ຄົນ. ກ່າວຄຳເຫັນທີ່ພິທີອັດ, ທ່ານ ຫງວຽນຕ໊ວນຮ່າ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ, ຫົວໜ້າຄະນະຈັດຕັ້ງງານບຸນຕີລາຄາວ່າ:

        ຜົນສຳເລັດຂອງງານບຸນແມ່ນແຫຼ່ງກຳລັງໜູນຢ່າງແຮງ ສືບຕໍ່ເຊີດຊູຜະລິດຕະພັນກາເຟ ຫວຽດນາມ. ພິເສດແມ່ນເຄື່ອງໝາຍການຄ້າ ແລະ ທີ່ຕັ້ງພູມສາດ ກາເຟ ບວນມາທວດ ບົນເວທີສາກົນ; ໂຄສະນາການພັດທະນາກາເຟເປັນອາຫານພິເສດ, ດ້ວຍຄວາມຄາດຫວັງ ນຳ ບວນມາທວດ ກາຍເປັນຈຸດນັດພົບຂອງ ກາເຟໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ