ອັດງານບຸນກາເຟ ບວນເມທວດ ຄັ້ງທີ 6

ອັດງານບຸນກາເຟ ບວນເມທວດ ຄັ້ງທີ 6 - ảnh 1
ພິ​ທີ​ອັດ​​ງານ​ບຸນ ກາ​ເຟ ບວນ​ເມ​ທວດ ຄັ້ງ​ທີ 6

(vovworld) – ຕອນ​ຄ່ຳ​ວັນ​ທີ 13/3, ຢູ່​ແຂວງ ດັກ​ລັກ, ໄດ້​​ດຳ​ເນີນ​ພິ​ທີ​ອັດ​ງານ​ບຸນ ກາ​ເຟ ບວນ​ເມ​ທວດ ຄັ້ງ​ທີ 6 ແລະ ງານ​ບຸນຄ​້ອງ ໄຕ​ງວຽນ ປີ 2017. ດ້ວຍ​ຈຸດ​ໃຫມ່ຫຼາຍ​ຢ​່າງ, ງານ​ບຸນ ໄດ້​ກາຍ​ເປັນ​ວັນ​ບຸນ​ໃຫຍ່​ຂອງ​​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ແຂວງ ດັກ​ລັກ ເວົ້າ​ສ​ະ​ເພາະ ແລະ ​ເຂດໄຕ​ງວຽນ ເວົ້າ​ລວມ. ປະ​ຊາ​ຊົນ​​ໄດ້ເຂົ້າ​ຮ່ວມ​​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ງານບ​ຸນ ຢ່າງ​ຕັ້ງ​ໜ້າ. ງານ​ບຸນ​ດັ່ງ​ກ່​າ​ວ ໄດ້​ດຶງ​ດູ​ດ​ແຂກ​ທ່ອງ​ທ່ຽວ​ທັງຢູ່​ພາຍ​ໃນ ແລະ ຕ່າງ​ປະ​​ເທດ​ເຂົ້າ​ຮ່ວມ​ປະ​ມານ 20.000 ເທື່ອ​ຄົນ​. ງານ​ບຸນ ກາ​ເຟ ບວນ​ເມ​ທວດ ຄັ້ງ​ທີ 6 ແລະ ງານ​ມະ​ໂຫລານຄ​້ອງ ໄຕ​ງວຽນ ປີ 2017 ດ້ວຍ​ຫົວ​ຂໍ້ “ເຕົ້າ​ໂຮມ​ສິ່ງຍອດ​​ຍິ່ງ - ເສີມ​ຂະ​ຫຍາຍ​ສີ​ສັນ - ຮ່ວມ​ສຳ​ພັນ​ພັດ​ທະ​ນາ” ​ເຊິ່ງໄດ້​​ດຳ​ເນີນ​ແຕ່​ວັນ​ທີ 8 – 13/3 ຢູ່​ນະ​ຄອນ ບວນ​ເມ​ທວດ ແລະ ບັນ​ດາ​ເມືອງ, ເທດ​ສະ​​ບານຂອງ​ແຂວງ ດັກ​ລັກ. ງານ​ບຸນ ບໍ່​ພຽງ​ແຕ່​ສືບ​ຕໍ່​ໂຄ​ສ​ະ​ນາ, ຍົກ​ສູງ​ຄຸນ​ຄ່າ​ຂອງ​ເຄື່ອງ​ໝາຍ​ການ​ຄ້າ ກາ​ເຟ ບວນ​ເມ​ທວດ ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ກຳ​ນົດ​​ທີ່​ຕັ້ງ​ເຄື່ອງ​ໝາຍ​ການ​ຄ້າ​ທ້ອງ​ຖິ່ນ​ຂອງ​ແຂວງ ດັກ​ລັກ ອີກ​ດ້ວຍ. ໄປ​ຄຽງ​ຄູ່​ກັບ​ພາບ​ພົດ​ຂອງ ກາ​ເຟ, ແຂວງ ດັກ​ລັກ ​ໄດ້ຕັດ​ສິນ​ໃຈ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ​ຄ້ອງ ໄຕ​ງວຽນ, ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ລົງ​ທຶນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່​ພາຍ​ໃນ, ຕ່າງ​ປະ​ເທດ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ໃນ​​​ບໍ​ລິ​ເວນເຂດ ​ໄຕ​ງວຽນ ເວົ້າ​ລວມ, ແຂວງ ດັກ​ລັກ ເວົ້າ​ສະ​ເພາະ.


ຂ່າວ/ບົດ​ອື່ນ