ອັດງານບຸນນະຄອນໂຮ່ຈີມິນ-ການພັດທະນາ ແລະ ເຊື່ອມໂຍງປີ 2016

ອັດງານບຸນນະຄອນໂຮ່ຈີມິນ-ການພັດທະນາ ແລະ ເຊື່ອມໂຍງປີ 2016 - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ທີ່​ລາຍ​ການ
(ພາບ:tuoitre.vn)

(vovworld) – ຕອນ​ຄ່ຳ​ວັນ​ທີ 3/12, ຢູ່​ສວນ​ສາ​ທາ​ລະ​ນະ 30/4, ເມືອງ 1, ງານ​ບຸນ​ນະ​ຄອນ​ໂຮ່​ຈີ​ມິນ - ​ການພັດ​ທະ​ນາ ແລະ ເຊື່ອມ​ໂຍງ ປີ 2016 ​ໄດ້​ອັດ​ລົງ. ໃນ​ເວ​ລາ 3 ວັນ​ດຳ​ເນີນ​ງານ​ບຸນ ແມ່ນ​ຊຸມ​ວັນ​ທີ່​ມີ​ສີ​ສັນຫຼາກຫຼາຍ ແລະ ​ຟົດ​ຟື້ນ​ດ້ວຍນ້ຳ​ສຽງ​ເພັງ, ແມ່ນ​ຊຸມ​ວັນ​ເຊີດ​ຊູ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ 27 ປະ​ເທດ​ໃນ​ໂລກ​ທີ່​ໄດ້​ເຕົ້າ​ໂຮມກັນ​ຢູ່​ນະ​ຄອນ ໂຮ​່​ຈີ​ມິນ.  ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ກ່ຽວ​ກັບ​ອາ​ຫານ​ການ​ກິນ, ເຄື່ອງ​ນຸ່ງ, ດົນ​ຕີ, ຟ້ອນ, ການ​ສຶກ​ສາ… ​ຢູ່​ງານ​ບຸນ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ພຸນ​ຄຸນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຢູ່​ນະ​ຄອນ​ກັ​ບ​ເພື່ອນ​ມິດ​ສາ​ກົນ, ພ້ອມ​ທັງ​ຊ່ວຍ​ໃຫ້​ຊາວ​ນະ​ຄອນ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ມີຫຼາຍ​ຮູບຫຼາຍ​ແບບ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ໂລກ.

        ງາ​ນ​ບຸນ​ນະ​ຄອນ​ໂຮ່​ຈີ​ມິນ - ການພັດ​ທະ​ນາ ແລະ ເຊື່ອມ​ໂຍງ ປີ 2016 ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ຈັດ​ຕັ້ງ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ສະ​ຖານ​ກົງ​ສູນ​​ປະ​ເທດ​ຕ່າງໆປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ, ອົງ​ການ​ສາ​ກົນ, ວິ​ສາ​ຫະ​ກິດ, ນັກ​ຮຽນ, ນັກ​ສຶກ​ສາ​ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່ນ​ະ​ຄອນ.


ຂ່າວ/ບົດ​ອື່ນ