ອັດງານບຸນຮ່ວຽນເຈີນ 2012

vov5.vn-ຕອນ ຄ່ຳ ວັນ ທີ 6/2 ກົງ ກັບ ວັນ ຂຶ້ນ ໃໝ່ 15 ຄ່ຳ ເດືອນຈຽງປີ ມະ ໂຣງ, ງານ ບຸນ ຮ່ວຽນ ເຈີ ນປີ 2012 ແຂວງ ເທື່ອ ທຽນ ເຫ້ວ ໄດ້ ອັດ ລົງ ຢ່າງ ເປັນ ທາງ ການ, ພາຍຫລັງ ໄດ້ດຳ ເນີນ ມາ ເປັນ ເວລາ 8 ວັນ ດ້ວຍ ບັນດາ ການ ເຄື່ອນ ໄຫວ ທີ່ ເຂັ້ມຂົ້ນ ໄປ ດ້ວຍ ຈິດ ວີນຍານ ແລະ ປະ ເພນີ. ໃນ ເວລາ 8 ວັນ,  ງານ ບຸນ ຮ່ວຽນ ເຈີ ນປີ 2012 ແຂວງ ເທື່ອ ທຽນ ເຫ້ວ ໄດ້ ຕ້ອນຮັບ ແຂກ ທ່ອງ ທ່ຽວ ພາຍ ໃນ ແລະ ຕ່າງປະ ເທດ ເຂົ້າຮ່ວມ ກ່ວາ 30.000 ເທື່ອຄົນ. ພິ ເສດ, ບັນດາ ການ ເຄື່ອນ ໄຫວ ຄື: ມະຫາພິທີ ພາວະນາ ຂໍ ໃຫ້ ປະ ເທດ ຊາດ, ປະຊາຊົນ ມີ ຄວາມ ສະຫງົບ ສຸກ, ພິທີ ໄຂງານ ບຸນ ຮ່ວຽນ ເຈີ ນ ໄດ້ ດຶງ ດູດປະຊາຊົນ ເຂົ້າຮ່ວມ ເປັນ ຈຳນວນຫຼວງຫຼາຍ. ທ່ານ ໂງ ຮ່ວາ, ຮອງ ປະທານ ຄະນະ ກຳມະການ ປະຊາຊົນ ແຂວງ ເທື່ອ ທຽນ ເຫ້ວ ໃຫ້ ຮູ້ ວ່າ: “ພວກ ຂ້າພະ ເຈົ້າ ເຄີຍເວົ້າວ່າ, ເຖິງ ວ່າຈະຢູ່ ໃກ້ຫຼື ໄກ ກໍ ຕາມ, ຮອດ ວັນ ທີ 9 ເດືອນ ຈຽງ ຈົ່ງ ມາ ເຂົ້າຮ່ວມ ງານ ບຸນ ຮ່ວຽນ ເຈີ ນ. ພວກ ຂ້າພະ ເຈົ້າກໍ ມີ ຄວາມ ພາກພູມ ໃຈ ທີ່ ສຸດ ຍ້ອນ ໝູ່ ມະຫາຊົນຫຼາຍຄົນ ໄດ້ ເຂົ້າຮ່ວມ ງານ ບຸນຢ່າງຫຼວງ ຫຼາຍ.. ງານ ບຸນ ນີ້ ໄດ້ ສະ ແດງ ໃຫ້ ເຫັນ ຈຸດວັດທະນະທຳ ອັນ ເປັນ ມູນ ເຊື້ອ ຂອງ ຊາດ, ອີກ ດ້ານ 1 ແມ່ນ ເພື່ອ ໃຫ້ ແຂກ ທ່ອງ ທ່ຽວ ແລະ ປະຊາຊົນ ມາ ແຫ່ງ ນີ້ ຈູດ ທູບ ທຽນ ບູຊາລາຊະ ທິດາ ຮ່ວຽນ ເຈີ ນ, ສະ ແດງ ຄວາມຮູ້ບຸນຄຸນຕໍ່ບັນພະ ບູລຸດທີ່ ມີ ຄຸນງາມຄວາມດີ ໃນ ການ ສ້າງສາ ປະ ເທດ ຊາດ”.
ຂ່າວ/ບົດ​ອື່ນ