ອັດງານບຸນໜັງສືພິມທົ່ວປະເທດ 2024

(VOVWORLD) - ຄະນະຈັດຕັ້ງ ແລະ ສະພາມອບລາງວັນໄດ້ມອບ 11 ລາງວັນ A, 29 ລາງວັນ B, 53 ລາງວັນ C ແລະ 88 ລາງວັນຊົມເຊີຍໃຫ້ບັນດາອົງການສື່ມວນຊົນ.
ອັດງານບຸນໜັງສືພິມທົ່ວປະເທດ 2024 - ảnh 1(ພິທີມອບລາງວັນ)

ວັນທີ 17 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມນັກຂ່າວ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດພິທີອັດງານບຸນໜັງສືພິມທົ່ວປະເທດປີ 2024.

ງານບຸນດັ່ງກ່າວມີຫົວຂໍ້ວ່າ “ສື່ມວນຊົນ ຫວຽດນາມ - ນຳໜ້າ, ປ່ຽນແປງໃໝ່ເພື່ອພາລະກິດປະຕິວັດຂອງພັກ ແລະ ປະຊາຊົນ”, ຈັດຂຶ້ນເປັນເວລາ 3 ວັນ, ດຶງດູດ 120 ຮ້ານວາງສະແດງບັນດາບົດປະພັນສື່ມວນຊົນດີເດັ່ນຂອງ 63 ແຂວງ, ນະຄອນ. ໃນງານບຸນໜັງສືພິມກໍ່ມີການເຄື່ອນໄຫວພົບປະ, ແລກປ່ຽນ ຊ່ວຍເພີ່ມການເຊື່ອມຕໍ່ລະຫວ່າງຜູ້ເຮັດວຽກງານສື່ມວນຊົນ ແລະ ລະຫວ່າງສື່ມວນຊົນກັບມະຫາຊົນ.

ໃນຂອບເຂດງານບຸມໜັງສື່ພິມທົ່ວປະເທດ 2024, ຄະນະຈັດຕັ້ງ ແລະ ສະພາມອບລາງວັນໄດ້ມອບ 11 ລາງວັນ A, 29 ລາງວັນ B, 53 ລາງວັນ C ແລະ 88 ລາງວັນຊົມເຊີຍໃຫ້ບັນດາອົງການສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ