ອັດງານພົບປະມິດຕະພາບ ຊາວໜຸ່ມ ຫວຽດນາມ - ລາວ ປີ 2013

ອັດງານພົບປະມິດຕະພາບ ຊາວໜຸ່ມ ຫວຽດນາມ - ລາວ ປີ 2013 - ảnh 1
ຄະນະຊາວໜຸ່ມ 2 ປະເທດຢ້ຽມຢາມເຂດປູຊະນີຍະສະຖານ ປະຫວັດສາດພິເສດຂອງລາວ ຢູ່ ແຂວງຕວຽນກວາງ
(ພາບ: TTXVN)

(vovworld) – ພາຍຫຼັງ 7 ວັນ​​ແຫ່ງການ​ເຄື່ອນ​ໄຫວ ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຢູ່​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ, ຕອນຄຳ່​ວັນ​ທີ 21/7, ຢູ່​ເທດ​ສະບາ​ນ​ເມືອງ ​ເກື໋ອລໍ່ (​ແຂວງ ​ເຫ​ງ້ອານ), ​ໄດ້​ດຳ​ເນີນ​ພິທີ​ອັດງານ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່ມ ຫວຽດນາມ - ລາວ ປີ 2013. ທີ່​ພິທີ​ອັດ, ຊາວ​ໜຸ່ມ 2 ປະ​ເທດ ຢືນຢັນ​ວ່າ: ສາຍ​ພົວພັນ​ລະຫວ່າງ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ລາວ ​ໄດ້​ຫັນໄປສູ່​ໄລຍະ​ມິດຕະພາບ, ສາມັກຄີ​ແບບ​ພິ​ເສດ ​ແລະ ຮ່ວມ​ມື​ຮອບດ້ານ. ດັ່ງ​ນັ້ນ, ພາ​ລະ​ໜ້າ​ທີ່​ຂອງ​ລຸ່ນໜຸ່ມ 2 ປະ​ເທດ​ໃນ​ປະຈຸ​ບັນ​ແມ່ນ ຮ່ວມ​​ແຮງ​ຮ່ວມ​ໃຈ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ນັ້ນ​ກ່ວາ​ອີກ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ​ແລະ ມິ​ປະສິດທິ​ຜົນ. ຊາວ​ໜຸ່ມ 2 ປະ​ເທດ​ຄວນ​ສືບ​ຕໍ່​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ເປັນ​ປະຈຳ, ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ ​ເພື່ອ​ສະ​ແດງ​ໃຫ້ເຫັນບົດບາດ​ຂອງ​ໄວ​ໜຸ່ມ​ໃນ​ການ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ, ຄວາມ​ສາມັກຄີ​ແບ​ບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ. ​ແຕ່ລະ​ປີ, ​ໄວ​ໜຸ່ມ 2 ປະ​ເທດ ຫວຽດນາມ - ລາວ ໄດ້ພັດ​ປ່ຽນກັນ​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ພົບ​ປະມິດຕະພາບ, ເພື່ອ​ຮຳ່ຮຽນ, ​ແລກປ່ຽນ​ບົດຮຽນນຳກັນ. ງານ​ພົບ​ປະ​ມິດຕະພາບ ຊາວ​ໜຸ່ມ ຫວຽດນາມ - ລາວ ປີ 2013 ​ຖືກ​ດຳ​ເນີນ​ໄປ​ໃນ​ເວລາ 7 ວັນ (15 – 21/7) ດ້ວຍ​ການ​ເຄື່ອນ​ໄຫວ​, ພົບ​ປະ​​ແລກປ່ຽນຢູ່​ບັນດາ​ແຂວງ, ນະຄອນ​ຄື: ​ເຊີນ​ລາ, ຕວຽນ​ກວາງ, ຮ່າ​ໂນ້ຍ, ​ເຫ​ງ້ອານ.​.​​.

ຂ່າວ/ບົດ​ອື່ນ