ອັດງານມະຫາກຳ ກິລາຊີເກັມ 27


 ອັດງານມະຫາກຳ ກິລາຊີເກັມ 27 - ảnh 1

(ພາບ: dantri.com.vn)

 (vovworld)- ​ ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງທີ 27 (ຊີ​ເກັມ 27) ​ໄດ້​ອັດ​ລົງ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 22/12 ຢູ່​ນະ​ຄອນ​ຫຼວງ Nay Pi Taw ປະ​ເທດ​ມຽນມາ. ​ດ້ວຍ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເຂັ້ມຄົ້ນ​ໄປ​ດ້ວຍ​ສິສັນ​ວັດທະນະທຳ​ພື້ນ​ເມືອງ ດ້ວຍ​ບັນດາ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງປະ​ເທດ​ເຈົ້າພາບ​ມຽນມາ, ຊີ​ເກັມ 27 ມີການ​ເຂົ້າຮ່ວມຂອງ​ນັກ​ກິລາ ​ແລະ ​ເຈົ້າໜ້າ​ທີ່​ກ່ວາ 6000 ຄົນຂອງ 11 ປະ​ເທດ​ຊື່​ງດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ. ຊີ​ເກັມ 27 ມີ​ການ​ແຂ່ງຂັນ​ຂອງ​ກິລາ 33 ປະ​ເພດ​ດ້ວຍ​ຫຼຽນ​ຄຳ​ທັງ​ໝົດ 461 ຫຼຽນ. ຄະນະ​ນັກ​ກິລາ​ໄທ ຢືນ​ອັນ​ດັບ 1 ດ້ວຍຫຼຽນ​ຄຳ​ 107 ຫຼຽນ, ຄະນະ​ນັກ​ກິລາ​ປະ​ເທດເຈົ້າພາບມ້ຽນ​ມາ ຢືນ​ອັນ​ດັບ 2 ດ້ວຍ ຫຼຽນ​ຄຳ​ 86 ຫຼຽນ, ຄະນະ​ນັກ​ກິລາຫວຽດນາມ​ ຢືນ​ອັນ​ດັບ 3 ດ້ວຍຫຼຽນ​ຄຳ​ 73 ຫຼຽນ. ຊີ​ເກັມ 27 ມີ 44 ສະຖິຕິ​ຖືກ​ທຳລາຍ​ໃນ​ກິລາ​ປະ​ເພດ​ແລ່ນ ​ແລະ ລານ, ລອຍນ້ຳ ​ແລະ ຍົກ​ນ້ຳໜັກ. ຊີ​ເກັມ 28 ຈະ​ດຳ​ເນີນ​ໄປ​ໃນ​ປີ 2015 ຢູ່​ປະ​ເທດ​ສິງກະ​ໂປ./.

 

ຂ່າວ/ບົດ​ອື່ນ