ອັດງານມະຫາກຳກິລາ Paralympic PyeongChang 2018

(VOVWORLD) - ພາຍຫລັງການແຂ່ງຂັນກິລາເປັນເວລາ 9 ວັນ, ງານມະຫາກຳກິລາໂລກສະຫງວນໃຫ້ຄົນພິການ (Paralympic) ລະດູໜາວ 2018 ໄດ້ອັດລົງຢ່າງເປັນທາງການໃນຕອນຄ່ຳວັນທີ 18 ມີນາ ຢູ່ນະຄອນ PyeongChang ຂອງ ສ.ເກົາຫຼີ
ອັດງານມະຫາກຳກິລາ Paralympic PyeongChang 2018 - ảnh 1ການນຳບັນດາປະເທດເຂົ້າຮ່ວມພິທີອັດງານມະຫາກຳກິລາ Paralympic PyeongChang 2018 (ພາບ: Yonhap/TTXVN)

ດ້ວຍຄວາມປະທັບໃຈໃນລາຍການ ສະແດງສິລະປະ. ພິທີອັດ Paralympic PyeongChang ປີນີ້ ກໍ່ແມ່ນເຫດການ ເພື່ອອາໄລຫານັກປາດຊາວ ອັງກິດ Stephen Hawking ທີ່ຫາກໍ່ເຖິງແກ່ມໍລະນະກຳ.

        ແລະກໍ່ໃນພິທີອັດ Paralympic ລະດູໜາວ 2018 ກໍ່ໄດ້ດຳເນີນພິທີມອບໂອນທຸງ Paralympic ໃຫ້ປະເທດ ຈີນ, ຊຶ່ງຈະເປັນປະເທດເຈົ້າພາບຈັດຕັ້ງ Olympic ແລະ Paralympic ລະດູໜາວ 2022.

        ສິ້ນສຸດງານມະຫາກຳກິລາ Paralympic PyeongChang 2018, ປະເທດ ອາເມລິກາ ຢືນອັນດັບໜຶ່ງໃນຕາຕະລາງຈັດອັນດັບ ດ້ວຍຫຼຽນຄຳ 13 ຫຼຽນ, ຢືນອັນດັບທີ 2 ແມ່ນປະເທດ ລັດເຊຍ ດ້ວຍຫຼຽນຄຳ 8 ຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ