ອັດງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້

ອັດງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ - ảnh 1
(ຫວຽດນາມ ຢືນ​ອັນ​ດັບ​ທີ 4
 ຢູ່ ASEAN Para Games 2015 )

(vovworld) – ງານ​ມະຫາ​ກຳ​ກິລາ​ຄົນ​ພິການ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN Para Games 2015) ອັດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ 09/12 ຢູ່​ປະ​ເທດ ສິງກະ​ໂປ, ພາຍຫລັງ​ການ​ແຂ່ງຂັນ​ເປັນ​ເວລາ 7 ວັນ. ງານ​ມະຫາ​ກຳ​ກິລາ​ຄັ້ງ​ນີ້  ມີ 10 ຄະນະ​ນັກ​ກິລາ​ຂອງ 10 ປະ​ເທດ​ເຂົ້າ​ຮ່ວມ, ​ແຂ່ງຂັນ​ໃນ 15 ປະ​ເພດ ​ເພື່ອ​ຄ້ວາ​ຫຼຽນ ຢູ່​ບັນດາ​ປະ​ເພດກິລາ ຄະນະນັກ​ກິລາພິການ ຫວຽດນາມ ​ແຂ່ງຂັນກິລາ 9 ​ປະ​ເພດໃນ​ຈຳນວນ 15 ປະ​ເພດ ລວມມີ: ​ແລ່ນ ​ແລະ ລານ, ລອຍ​ນ້ຳ, ຍົກ​ນ້ຳໜັກ, ປິງປ່ອງ, ຕີ​ດອກ​ປີກ​ໄກ, ໝາກຮຸກ, ຊ່ວງ​ເຮືອ ​ແລະ ບານ​ເຕະ​ໃຫ້​ຄົນ​​ຕາບອດ.

ສິ້ນ​ສຸດ​ງານ​ມະຫາ​ກຳ​ກິລາ​ຄົນ​ພິການ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 8, ຄະນະ​ນັກ​ກິລາ​ພິການ ຫວຽດນາມ ຢືນ​ອັນ​ດັບ​ທີ 4 ດ້ວຍ 48 ຫຼຽນຄຳ, 58 ຫຼຽນ​ເງິນ ​ແລະ 50 ຫຼຽນ​ທອງ, ຖັດຈາກ ​ໄທ, ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ,

ທີ່​ພິທີ​ອັດ​ງານ​ມະຫາ​ກຳ​ກິລາ, ທຸງ​ຂອງງານ​ມະຫາ​ກຳ​ກິລາ​ໄດ້​ມອບ​ໃຫ້ ມາ​ເລ​ເຊຍ, ​ເປັນ​ປະ​ເທດ​ເຈົ້າພາບ​ຂອງ ASEAN Para Games ຄັ້ງ​ທີ 9.

ຂ່າວ/ບົດ​ອື່ນ