ອັດງານມະຫາກຳກິລາລະດູແລ້ງ-Olympic2016

ອັດງານມະຫາກຳກິລາລະດູແລ້ງ-Olympic2016 - ảnh 1
ພາບປະກອບ

(vovworld) – ພາຍຫຼັງ​ແຂ່ງຂັນ​ຢ່າງ​ຟົດ​ຟື້ນ ​ແລະ ດຶງ​ດູດ​ເປັນ​ເວລາ 16 ວັນ, ຕອນ​ເຊົ້າ​ວັນ​ທີ 22/8 (ຕາມ​​ເວລາ ຮ່າ​ໂນ້ຍ), ພິທີ​ອັດ​ງານ​ມະຫາ​ກຳ​ກິລາ​ລະດູ​ແລ້ງ 2016 (Olympic 2016) ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ສະໜາມກິລາ Maracana ນະຄອນ Rio de Janeiro, ປະ​ເທດ ບຣາຊິນ. ກໍ່​ເຊັນ​ດຽວ​ກັບ​ພິທີ​ເປີດ​ກ່ອນ​ນີ້​ກ່ວາ​ໜຶ່ງ​ອາທິດ, ອີກ​ເທື່ອ​ໜຶ່ງ​ຜູ້​​ຊົ​ມ​ໄດ້​​​ເຫັນ​ປະຈັກ​ຕາ​ງານ​ບຸນ​ດົນຕີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມທີ່​ປະ​ທັບ​ໃຈ, ​ດ້ວຍສີສັນ ​ອາ​ເມ​ລິກາ​ໃຕ້, ​ໂຄສະນາ​ສີສັນ ບຣາຊິນ. ພິທີ​ອັດ​ທາງ​ການ​​ເລີ່​ມຕົ້ນ​ດ້ວຍ​ການ​ເດີນ​ຂະ​ບວນ ​ແລະ ສົ່ງ​ອຳ​ລາ​ທຸງຂອງ 207 ຄະນະ​ກິລາ​ທີ່ມາ​ຈາກ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເຂົ້າ​ຮ່ວມ Olympic ​ຄັ້ງ​ທຳ​ອິດ​ໃນ ດິນ​ແດນ​ອາ​ເມ​ລິກາ​ໃຕ້. ຈາກ​ນັ້ນ​ແມ່ນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງພິທີ​ອັດ​ຂອງ Olympic, ນັ້ນ​ແມ່ນ​ທຸງ​ Olympic ​ຖືກ​ມອບ​ໃຫ້​ໂຕ​ກຽວ - ນະຄອນ​ເປັນ​ປະທານ​ເຫດການ​ນີ້​ໃນປີ 2020.

        Olympic Rio 2016 ຖືກ​ອັດ​ລົງ​ດ້ວຍ​ການ​ນຳ​ໜ້າ​ຂອງ​ຄະນະ​ນັກ​ກິລາ ອາ​ເມ​ລິ​ກາ ດ້ວຍ​ຫຼຽນ 121 ຫຼຽນ, ​ໃນ​ນັ້ນມີຫຼຽນ​ຄຳ 46 ຫຼຽນ. ດ້ວຍ​ຫຼຽນຄຳ​ໜຶ່ງ​ຫຼຽນ ​ແລະ ຫຼຽນ​ເງິນ​ໜຶ່ງຫຼຽນ​ຂອງ ນັກ​ຍິງ​ປືນ ຮ່ວາງ​ຊວນ​ວີ​ງ, ຄະນະ​ນັກ​ກິລາ ຫວຽດນາມ ​ໄດ້​ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ໃນ​ປະຫວັດສາດ​ແຫ່ງ​ການ​ເຂົ້າ​ຮ່ວມ​ງານ​ມະຫະກຳ Olympic ​ແລະ ຖືກ​ຈັດ​ອັນ​ດັບ 48 ​ໃນຈຳນວນ​ຄະນະ​ນັກ​ກິລາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ.

 


ຂ່າວ/ບົດ​ອື່ນ