ອັດງານມະຫາກຳກິລາລະດູໜາວ - Olympic PyeongChang 2018

(VOVWORLD) -ພາຍຫລັງການແຂ່ງຂັນກິລາເປັນເວລາກ່ວາ 2 ອາທິດ, ງານມະຫາກຳກິລາລະດູໜາວຄັ້ງທີ 23 – Olympic PyeongChang 2018 ໄດ້ອັດລົງໃນຕອນຄ່ຳວັນທີ 25 ກຸມພາ.
ອັດງານມະຫາກຳກິລາລະດູໜາວ - Olympic PyeongChang 2018 - ảnh 1ອັດງານມະຫາກຳກິລາລະດູໜາວ - Olympic PyeongChang 2018 (ພາບ: VTC)

Olympic PyeongChang 2018 ແມ່ນ Olympic ຄັ້ງພິເສດສຳລັບ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. ຄະນະກຳມະການ Olympic  ສາກົນ (IOC) ອະນຸຍາດໃຫ້ ສປປ.ເກົາຫຼີ ເຂົ້າຮ່ວມການແຂ່ງຂັນ 3 ປະເພດ ກິລາດ້ວຍ 5 ເນື້ອໃນລາຍການ ລວມມີ ກິລາສະເກັດນ້ຳແຂງກິລາຄູ່ຊາຍ-ຍິງ, ສະເກັດນ້ຳແຂງ ແລະ Hockey ຍິງ. ນອກຈາກ “ຂີດໝາຍແຫ່ງສັນຕິພາບ” ໃນແຫຼມ ເກົາຫຼີ ແລ້ວ, Olympic PyeongChang 2018 ຍັງແມ່ນງານມະຫາກຳກິລາລະດູໜາວຄັ້ງທຳອິດໃນປະຫວັດສາດທີ່ມີການມອບຫຼຽນຄຳ 100 ກ່ວາຫຼຽນ.

        3 ປະເທດນຳໜ້າໃນຕາຕະລາງຈັດອັນດັບຫຼຽນ ນັ້ນແມ່ນ ນອກແວ ຄວ້າໄດ້ ຫຼຽນຄຳ 14 ຫຼຽນ, ຫຼຽນເງິນ 14 ຫຼຽນ ແລະ ຫຼຽນທອງ 11 ຫຼຽນ; ເຢຍລະມັນ ຄວ້າໄດ້ ຫຼຽນຄຳ 14 ຫຼຽນ, ຫຼຽນເງິນ 10 ຫຼຽນ ແລະ ຫຼຽນທອງ 7 ຫຼຽນ; ການາດາ ຄວ້າໄດ້ ຫຼຽນຄຳ 11 ຫຼຽນ, ຖັດ ມາແມ່ນບັນດາປະເທດ ອາເມລິກາ, ໂຮນລັງ, ຊູແອັດ, ສ່ວນເຈົ້າພາບ ສ.ເກົາຫຼີ ແມ່ນຢືນຢູ່ອັນດັບທີ 7.

ຕອບກັບ

ຂ່າວ/ບົດ​ອື່ນ