ອັດງານມະຫາກຳລິກາ Asian Para Games 2023

(VOVWORLD) - ພິທີອັດໄດ້ເນັ້ນໜັກເຖິງຈຸດເວລາທີ່ໜ້າຈື່ຈຳຢູ່ງານມະຫາກຳກິລາ ຮາງເຈົາ, ໝາກຫົວໃຈຂອງປະຊາຊົນ ຈີນ ແລະ ເພື່ອນມິດ ອາຊີ.
ອັດງານມະຫາກຳລິກາ Asian Para Games 2023 - ảnh 1 ພິທີອັດງານມະຫາກຳກິລາຄົນພິການອາຊີ ຄັ້ງທີ 4
(ພາບ: CCTV)

ຕອນຄ່ຳວັນທີ 28 ຕຸລາ, ພິທີອັດງານມະຫາກຳກິລາຄົນພິການອາຊີ ຄັ້ງທີ 4 (Asian Para Games 2023) ໄດ້ຈັດຂຶ້ນຢູ່ສະໜາມກິລາສູນກິລາ Olympic ຮາງເຈົາ (ຈີນ). ພິທີອັດໄດ້ເນັ້ນໜັກເຖິງຈຸດເວລາທີ່ໜ້າຈື່ຈຳຢູ່ງານມະຫາກຳກິລາ ຮາງເຈົາ, ໝາກຫົວໃຈຂອງປະຊາຊົນ ຈີນ ແລະ ເພື່ອນມິດ ອາຊີ.

Asian Para Games 2023 ຈັດຂຶ້ນຢູ່ ຮາງເຈົາ ແຕ່ວັນທີ 22 – 28 ຕຸລາ. ດ້ວຍການເຂົ້າຮ່ວມຂອງນັກກິລາຄົນພິການເກືອບ 3.100 ຄົນ ທີ່ມາຈາກ 44 ປະເທດ ແລະ ເຂດແຄ້ວນ, Asian Para Games 2023 ແມ່ນງານມະຫາກຳກິລາຄົນພິການອາຊີ ໃຫຍ່ທີ່ສຸດໃນປະຫວັດສາດ. Asian Para Games ຄັ້ງນີ້ໄດ້ຮັບຮູ້ 21 ສະຖິຕິໂລກ, 70 ສະຖິຕິອາຊີ.

ໃນຕາຕະລາງຈັດຫຼຽນ Asian Para Games 2023, ປະເທດ ເຈົ້າພາບ ຈີນ ຢືນອັນດັບທີ 1, ຖັດຈາກນັ້ນແມ່ນ ອີຣານ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ…

ເຂົ້າຮ່ວມເຫດການນີ້, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ 1 ຫຼຽນຄຳ, 10 ຫຼຽນເງິນ ແລະ 9 ຫຼຽນທອງ, ຢືນອັນດັບທີ 22/44 ທິມເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ