ອັດ​ງານ​ມະ​ໂຫລານ​ກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 16: VOV5 ຄ້​ວາ​ໄດ້​ລາງວັນ​ຄຳ​ປະ​ເພດ​ກະ​ຈາຍ​ສຽງ​ທາງ​ອອນ​ໄລ ໜຶ່ງ​ລາງວັນ

(VOVWORLD) - ຄະນະຈັດຕັ້ງລາຍການໄດ້ມອບລາງວັນຄຳ 28 ລາງວັນ, ລາງວັນເງິນ 58 ລາງວັນ, ລາງວັນທອງ 71 ລາງວອນ, ລາງວັນຊົມເຊີຍ 63 ລາງວັນ ແລະ ລາງວັນຕ່າງໆ. 
ອັດ​ງານ​ມະ​ໂຫລານ​ກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 16: VOV5 ຄ້​ວາ​ໄດ້​ລາງວັນ​ຄຳ​ປະ​ເພດ​ກະ​ຈາຍ​ສຽງ​ທາງ​ອອນ​ໄລ ໜຶ່ງ​ລາງວັນ - ảnh 1ພິທີອັດ ແລະ ມອບລາງວັນງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 16 ປີ 2024 (ພາບ: VOV5)

ຕອນຄ່ຳວັນທີ 13 ກໍລະກົດ, ຢູ່ໂຮງລະຄອນ ລາມເຊີນ, ນະຄອນ ແທັງຮວາ, ແຂວງ, ແທັງຮວາ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ແທັງຮວາ ໄດ້ຈັດຕັ້ງພິທີອັດ ແລະ ມອບລາງວັນງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 16 ປີ 2024. ລາຍການມີການເຂົ້າຮ່ວມຂອງການນຳສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ການນຳແຂວງແທັງຮວາ, ບັນດາແຂວງ, ນະຄອນ, ແຂກຖືກເຊີນ ແລະ ນັກຂ່າວກ່ວາ 1000 ຄົນທີ່ມາຈາກບັນດາສະຖານີກະຈາຍສຽງ - ໂທລະພາບ, ສູນສື່ມວນຊົນໃນທົ່ວປະເທດ ພ້ອມກັບບັນດາຫົວໜ່ວຍຂອງສະຖານີວິທະຍຸກະຈາຍສຽງ ຫວຽດນາມ.

ຄະນະຈັດຕັ້ງລາຍການໄດ້ມອບລາງວັນຄຳ 28 ລາງວັນ, ລາງວັນເງິນ 58 ລາງວັນ, ລາງວັນທອງ 71 ລາງວອນ, ລາງວັນຊົມເຊີຍ 63 ລາງວັນ ແລະ ລາງວັນຕ່າງໆ. ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ມີຄວາມເປັນກຽດໄດ້ຮັບລາງວັນຄຳ 1 ລາງວັນໃນປະເພດກະຈາຍສຽງທາງອອນໄລ, ລາງວັນທອງ 1 ລາງວັນໃນປະເພດສາລະຄະດີ ແລະ ລາງວັນຊົມເຊີຍ 1 ລາງວັນໃນປະເພດຫົວເລື່ອງສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ