ອັດງານມະໂຫລານດົນຕີພື້ນເມືອງບັນດາປະເທດອາຊຽນ2015

ອັດງານມະໂຫລານດົນຕີພື້ນເມືອງບັນດາປະເທດອາຊຽນ2015 - ảnh 1
ງານມະໂຫລານດົນຕີພື້ນເມືອງບັນດາປະເທດອາຊຽນ 2015
(ພາບ: TTXVN)


​​(vovworld) - ພາຍຫຼັງ​ສະ​ແດງ​ດົນຕີ​ຢ່າງ​ຟົດ​ຟື້ນ, ມີ​ຫົວຄິດ​ປະສິດ​ສ້າງ​ບົນ​ເວທີ​ໂຮ​ງລະ​ຄອນ ລາມ​ເຊີນ ​ແລະ ​ເຂດ​ທ່ອງ​ທ່ຽວ​ຫາດ​ຊາ​ຍທະ​ເລ ​ເຊີມ​ເຊີ​ນ, ​ແຂວງ​ແທງຮ໋ວາ ​ເປັນ 13 ຄັ້ງ, ງານ​ມະ​ໂຫລານ​ດົນ​ຕີພື້ນ​ເມືອງ​ບັນດາ​ປະ​ເທດ​ອາ​ຊຽນ 2015 ຖືກ​ອັດ​ລົງ​ໃນ​ຕອນ​ຄໍ່າວັນ​ທີ 06/08. ກ່າວ​ຄຳ​ເຫັນ​ອັດ​ງານ​ມະ​ໂຫລານ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ​, ກິລາ ​ແລະ ທ່​​ອງທ່ຽວ ​ເວື​ອງຢຸຍບຽນ ຢືນຢັນ​ວ່າ: ບັນດາ​ນັກ​ສິລະ​ປີນ​ຂອງ​ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ​ໄດ້​ສະ​ແດງ​ຢ່າງ​ມີ​ຊີວິດ​ຊີວາ ​ແລະ ສາມາດ​​ແຜ່​ຂະຫຍາຍບັນດາ​​ຫົວ​ຄິດ​ປະດິ​ດສ້າງ, ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ບັນດາ​ຄຸນຄ່າ​ດີ​ເດັ່ນ​ໃນ​ດົນຕີ​ຂອງ​ແຕ່ລະ​ປະ​ເທດ. ຜ່ານ​ນັ້ນ​ສ້າງ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ຊີ​ວິດ​ວັດທະນະທຳ​ຈິດ​ໃຈ, ຮີດຄອງ​ປະ​ເພ​ນີ ​ໃນ​ດົນຕີ​ຂອງ​ແຕ່ລະ​ປະ​ເທດ​ອາ​ຊຽນ. ນີ້​ກໍ​ແມ່ນ​ກາລະ​ໂອກາດ​ເພື່ອ​ໂຄ​ສະ​ນາ​ຄຸນ​ຄ່າ, ຄວາມ​ສາມາດ​ບົ່ມ​ຊ້ອນ​ມໍລະດົກ​ວັດທະນະທຳ​ບັນດາ​ເຜົ່າ​ເຖິງ​ເພື່ອນ​ມິດສາ​ກົນ ​ແລະ ​ໄດ້​ປະກອບ​ສ່ວນ​ຊຸກຍູ້​ການ​ພັດທະນາ​​ການທ່ອງທ່ຽວ​ຫວຽດນາມ ກໍ​ຄືການທ່ອງທ່ຽວ​ອາ​ຊຽນ.

ຂ່າວ/ບົດ​ອື່ນ