ອັດງານມະໂຫລານທ່ອງທ່ຽວໝູ່ບ້ານອາຊີບທີ່ເປັນມູນເຊື້ອຮ່າໂນ້ຍ 2016

ອັດງານມະໂຫລານທ່ອງທ່ຽວໝູ່ບ້ານອາຊີບທີ່ເປັນມູນເຊື້ອຮ່າໂນ້ຍ 2016 - ảnh 1
ງານມະໂຫລານທ່ອງທ່ຽວໝູ່ບ້ານອາຊີບທີ່ເປັນມູນເຊື້ອຮ່າໂນ້ຍ 2016

(vovworld) - ພາຍຫຼັງ​ດຳ​ເນີນ​ມາເປັນ​ເວລາ 4 ວັນ (29/9-2/10) ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດື່ມ, ຈັບ​ອົກ​ຈັບ​ໃຈ, ມີ​ປະ​ໂຫຍ​ດ, ​ເຊີດ​ຊູ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ. ຕອນ​ບ່າຍ​ວັນ​ທີ 2/10, ງານ​ມະ​ໂຫລານ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ ຮ່າ​ໂນ້ຍ - ຫວຽດນາມ 2016 ​ໄດ້​ອັດ​ລົງ​ດ້ວຍ​ບັນດາ​ໝາກຜົນອັນ​ຈົບງາມ.

      ກ່າວ​ຄວາມ​ເຫັນ​ທີ່​ພິທີ​ອັດ, ທ່ານ ​ໂດ​ດິ່ງ​ຮົ່ງ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ, ຢືນຢັນ​ວ່າ, ​ໃນ 4 ວັນ​ຜ່ານ​ມາ, ງານ​ມະ​ໂຫລານ​ໄດ້​ດຶງ​ດູດ​ແຂກ​ມາ​ຢ້ຽມຢາມ​ປະມານ 3 ໝື່ນ​ເທື່ອ​ຄົນ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ​ຂອງ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

      “ງານ​ມະ​ໂຫລານ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ ຮ່າ​ໂນ້ຍ - ຫວຽດນາມປີ​ນີ້ ​ໄດ້​ປະຕິບັດ​ຈຸດປະສົງ​ປະກອບສ່ວນ​ອະນຸລັກ​ຮັກສາ, ​ເຊີດ​ຊູ, ​ແນະນຳ ​ແລະ ພັດທະນາ​ບັນດາ​ໝູ່​ບ້ານ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ ຕິດ​ພັນ​ກັບ​ການທ່ອງທ່ຽວ​ເປັນ​ຢ່າງ​ດີ. ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ໝູ່​ບ້ານ​ອາຊີບ,​ບັນດາ​ວິ​ສາ​ຫະກິດ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ, ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື, ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື, ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນະຄອນຫຼວງ​ ແລະ ທ້ອງ​ຖີ່​ນຕ່າງໆ​ແນະນຳ​ບັນດາ​ອາຫານ​ພິ​ເສດ, ຄວາມ​ຊຳນານ​ໃນ​ການ​ປຸງ​ແຕ່ງອາຫານ, ​ແນະນຳ​ອາຫານ​ການ​ກິນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງທຸກ​ແຖບ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ເຖິງ​ປະຊາຊົນ​ພາຍ​ໃນ​ປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ“.

      ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ງານ​ມະ​ໂຫລານ​ປີ​ນີ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ດ້ານ​ເນື້ອ​ໃນ, ຄຸນ​ນະພາ​ບ. ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ສິລະ​ປະການ, ນາຍ​ຊ່າງ​ທີ່​ມີ​ສີມື​ແຮງ​ງານ, ບັນດາ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ຢູ່ ຮ່າ​ໂນ້ຍ ​ແລະ ​ໃນ​ທົ່ວ​ປະ​ເທດ… ອັນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ງານ​ມະ​ໂຫລານ.

      ທີ່​ພິທີ​ອັດ​ງານ​ມະ​ໂຫລານ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ໃບ​ຢັ້ງຢືນ ​ແລະ ຫຼຽນ​ກາ​ລະ​ລຶກ​ໃຫ້ 135 ຫົວໜ່ວຍ ​ແລະ 20 ຄົນ​ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ກໍ່​ຄື​ໄດ້​ຮັບ​ຜົນງານ​ດີ​ເດັ່ນ​ຢູ່ງານ​ມະ​ໂຫລານ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ ຮ່າ​ໂນ້ຍ ປີ 2016.

ຂ່າວ/ບົດ​ອື່ນ