ອັດງານມະໂຫລານວັດທະນະທຳບັນດາຊົນເຜົ່າພາກກາງ ຄັ້ງທີ III – 2018

(VOVWORLD) - ໃນການຈັດຕັ້ງງານບຸນເປັນເວລາ 3 ວັນ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງສິລະປະເພງພື້ນເມືອງ, ບັນດາຮີດຄອງປະເພນີຂອງ 20 ຊົນເຜົ່າທີ່ດຳລົງຊີວິດຢູ່ 13 ແຂວງພາກກາງ ຫວຽດນາມ
ອັດງານມະໂຫລານວັດທະນະທຳບັນດາຊົນເຜົ່າພາກກາງ ຄັ້ງທີ III – 2018 - ảnh 1ພາບປະກອບ

“ວັນບຸນວັດທະນະທຳບັນດາຊົນເຜົ່າພາກກາງ” ໄດ້ອັດລົງໃນຕອນບ່າຍວັນທີ 26 ສິງຫາ, ຢູ່ນະຄອນ ຕາມກີ, ແຂວງ ກວາງນາມ. ໃນການຈັດຕັ້ງງານບຸນເປັນເວລາ 3 ວັນ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງສິລະປະເພງພື້ນເມືອງ, ບັນດາຮີດຄອງປະເພນີຂອງ 20 ຊົນເຜົ່າທີ່ດຳລົງຊີວິດຢູ່ 13 ແຂວງພາກກາງ ຫວຽດນາມ, ຈາກແຂວງ ແທງຮວາ ຕະຫຼອດຮອດແຂວງ ບີ່ງທ້ວນ. ດ້ວຍຫົວຂໍ້ວ່າ “ການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາຊົນເຜົ່າພາກກາງ ໃນໄລຍະແຫ່ງການປ່ຽນແປງໃໝ່, ການເຊື່ອມໂຍງ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ”, ວັນບຸນໄດ້ດຶງດູດນັກສິລະປະການ, ນັກສະແດງ, ນັກກິລາເກືອບ 2.000 ຄົນເຂົ້າຮ່ວມການແຂ່ງຂັນກິລາ, ສະແດງສິລະປະຂັບລຳທຳເພງພື້ນເມືອງ… ທ່ານນາງ ຫງວຽນທິຫາຍຫຍຸງ, ຫົວໜ້າກົມວັດທະນະທຳຊົນເຜົ່າ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ:

        “ຜ່ານການດຳເນີນເປັນເວລາ 3 ວັນ, ງານບຸນກໍ່ໄດ້ປະສົບຜົນສຳເລັດ. 13 ແຂວງໄດ້ນຳມາໃຫ້ງານບຸນເຊິ່ງບັນດາພິທີກຳທີ່ມີສີສັນຂອງແຕ່ລະຊົນເຜົ່າ. ໄດ້ວາດພາບສັງລວມກ່ຽວກັບຈຸດທີ່ເປັນເອກະລັກສະເພາະດ້ານວັດທະນະທຳ, ການເຫຼື້ອມໃສຂອງບັນດາຊົນເຜົ່າ, ສະແດງໃຫ້ເຫັນສີສັນວັດທະນະທຳບັນດາຊົນເຜົ່າ. ພາກພິທີກຳໄດ້ຈັດຕັ້ງຢ່າງສົມກຽດ ແລະ ຖືກຕາມຮີດຄອງປະເພນີ, ກໍຄືເປັນການພິສູດໃຫ້ເຫັນກ່ຽວກັບຄວາມເປັນຫຼາຍຮູບຫຼາຍແບບ ແລະ ຈຸດຄວາມງາມທີ່ເປັນມູນເຊື້ອດ້ານວັດທະນະທຳຂອງບັນດາຊົນເຜົ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ