ອັດງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 23 “ຈໍຕານຢຶກເຢີ້” ຍາດໄດ້ລາງວັນດອກບົວຄຳ

(VOVWORLD) - ນີ້ແມ່ນຄັ້ງທຳອິດທີ່ເຫດການວັດທະນະທຳສິລະປະລະ ດັບຊາດໄດ້ຈັດຂຶ້ນຢູ່ ດ່າລາດ ດ້ວຍສານທີ່ວ່າ “ສ້າງຂະແໜງອຸດສາຫະກຳຮູບເງົາ ຫວຽດນາມ ໃຫ້ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ທັນສະໄໝ ແລະ ວັດທະທຳມະນຸດ”.
ອັດງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 23 “ຈໍຕານຢຶກເຢີ້” ຍາດໄດ້ລາງວັນດອກບົວຄຳ - ảnh 1(ພິທີມອບລາງວັນ)

ຕອນຄ່ຳວັນທີ 25 ພະຈິກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີອັດງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 23 ຢູ່ນະຄອນ ດ່າລາດ, ແຂວງ ເລິມດົ່ງ.
ນີ້ແມ່ນຄັ້ງທຳອິດທີ່ເຫດການວັດທະນະທຳສິລະປະລະດັບຊາດໄດ້ຈັດຂຶ້ນຢູ່ ດ່າລາດ ດ້ວຍສານທີ່ວ່າ “ສ້າງຂະແໜງອຸດສາຫະກຳຮູບເງົາ ຫວຽດນາມ ໃຫ້ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ທັນສະໄໝ ແລະ ວັດທະທຳມະນຸດ”. ກ່າວຄຳເຫັນທີ່ພິທີອັດ, ທ່ານ ຕ້າກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຫົວໜ້າຄະນະຈັດຕັ້ງ, ໃຫ້ຂໍ້ສັງເກດວ່າ, ງານມະໂຫລານໄດ້ບັນລຸຜົນສຳເລັດຢ່າງດີງາມ, ສ້າງຂີດໝາຍຢ່າງເລິກເຊິ່ງຕໍ່ຜູ້ຊົມ ແລະ ບັນດານັກສະແດງຮູບເງົາ.
ທີ່ພິທີອັດ, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດາຮູບເງົາດີເດັ່ນ ແລະ 25 ລາງວັນໃຫ້ແກ່ສ່ວນບຸກຄົນດີເດັ່ນ…

ຕອບກັບ

ຂ່າວ/ບົດ​ອື່ນ