ອັດ​​ງານ​ແຂ່ງ​ຂັນສິ​ລະ​ປະຂັບ​ລຳ​ພື້ນ​ເມືອງວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ

(VOVWORLD) - ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງທີ່ເປັນເອກະລັກຂອງ 24 ກອງສິລະປະກອນພື້ນເມືອງ ທີ່ມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ, ອັນໄດ້ສ້າງເປັນບັນຍາກາດມໍລະດົກວັດທະນະທຳ ທີ່ຫຼາກຫຼາຍສີສັນ.
ອັດ​​ງານ​ແຂ່ງ​ຂັນສິ​ລະ​ປະຂັບ​ລຳ​ພື້ນ​ເມືອງວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ - ảnh 1(ພາບ: TTXVN)

ພາຍຫຼັງໄດ້ດຳເນີນມາເປັນເວລາ 4 ວັນຢູ່ນະຄອນ ກວ໋າງງາຍ, ແຂວງ ກວ໋າງງາຍ ແຕ່ວັນທີ 1 – 4 ສິງຫາ, ຕອນຄ່ຳວັນທີ 4 ສິງຫາ, ງານແຂ່ງຂັນສິລະປະຂັບລຳພື້ນເມືອງວັດທະນະທຳບັນດາເຜົ່າ ກໍໄດ້ອັດລົງ. ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງທີ່ເປັນເອກະລັກຂອງ 24 ກອງສິລະປະກອນພື້ນເມືອງ ທີ່ມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ, ອັນໄດ້ສ້າງເປັນບັນຍາກາດມໍລະດົກວັດທະນະທຳ ທີ່ຫຼາກຫຼາຍສີສັນ. ທ່ານ ຫງວຽນກວັກຮຸຍ, ຮອງຫົວໜ້າກົມວັດທະນະທຳຮາກຖານ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:   

        “ຜົນສຳເລັດຂອງງານແຂ່ງຂັນນີ້ ແມ່ນການປະກົດມີນັກສິລະປະກອນໜຸ່ມຫຼາຍຄົນ, ມີເດັກນ້ອຍ ກໍໄດ້ເຂົ້າຮ່ວມການສະແດງພ້ອມກັບບັນດານັກສິລະປະການມີອາຍຸສູງກວ່າ. ນີ້ແມ່ນສິ່ງທີ່ໜ້າຊື່ນຊົມສຳລັບຄົນລຸ້ນໜຸ່ມໃນປັດຈຸບັນ ທີ່ມີນ້ຳໃຈຮັກມັກ, ມົວເມົາກັບມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາດ”.


ຕອບກັບ

ຂ່າວ/ບົດ​ອື່ນ