ອັດຕະໂນມັດແມ່ນໜຶ່ງໃນບັນດາບຸລິມະສິດຂອງລັດຖະບານໃນຍຸດທະສາດພັດທະນາວິທະຍາສາດ, ເຕັກໂນໂລຊີ

(VOVWORLD) - VCCA 2024 ມີບັນດາການເຄື່ອນໄຫວ, ລວມມີ: ກອງປະຊຸມວິທະຍາສາດ, ງານວາງສະແດງສາກົນ ແລະ ເວທີປາໄສວິສາຫະກິດ
ອັດຕະໂນມັດແມ່ນໜຶ່ງໃນບັນດາບຸລິມະສິດຂອງລັດຖະບານໃນຍຸດທະສາດພັດທະນາວິທະຍາສາດ, ເຕັກໂນໂລຊີ - ảnh 1(ຮ້ານວາງສະແດງໜຶ່ງ)

        ວັນທີ 10 ພຶດສະພາ, ຢູ່ນະຄອນ ຫາຍຟ່ອງ ໄດ້ໄຂກອງປະຊຸມວິທະຍາສາດກ່ຽວກັບການບັນຊາແບບອັດຕະໂນມັດ (VCCA) ຄັ້ງທີ 7 ປີ 2024, ດ້ວຍຫົວຂໍ້ “ອັດຕະໂນມັດ ແລະ ການຫັນເປັນດີຈີຕອນ ຊຸກຍູ້ການພັດທະນາເສດຖະກິດສີຂຽວ”, ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 09 – 11 ພຶດສະພາ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຮວີ່ງແທັງດາດ ເນັ້ນໜັກວ່າ, ພັກ, ລັດ ແລະ ລັດຖະບານ ຍາມໃດກໍ່ເອົາໃຈໃສ່ເຖິງວິທະຍາສາດ ແລະ ເຕັກໂນໂລຊີ; ຖືນີ້ແມ່ນລັດຖະນະໂຍບາຍແຖວໜ້າ, ໃນນັ້ນ, ການຫັນເປັນອັດຕະໂນມັດແມ່ນໜຶ່ງໃນບັນດາບຸລິມະສິດໃນຍຸດທະສາດພັດທະນາວິທະຍາສາດ, ເຕັກໂນໂລຊີ.

        VCCA 2024 ມີບັນດາການເຄື່ອນໄຫວ, ລວມມີ: ກອງປະຊຸມວິທະຍາສາດ, ງານວາງສະແດງສາກົນ ແລະ ເວທີປາໄສວິສາຫະກິດ ເພື່ອແນໃສ່ເຊື່ອມຕໍ່ ແລະ ຂຸດຄົ້ນປະສິດທິຜົນການຮ່ວມສຳພັນລະຫວ່າງນັກຄຸ້ມຄອງ, ນັກວິທະຍາສາດ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ