ອັດຕາຄອບຄົວທຸກຍາກຫຼາຍສົ້ນໃນທົ່ວປະເທດຫຼຸດລົງເຫຼືອກວ່າ 2%

(VOVWORLD) - ການປະຕິບັດວຽກງານຊົນເຜົ່າປີ 2023 ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ພິເສດແມ່ນໃນການຜັນຂະຫຍາຍບັນດາລາຍການ, ນະໂຍບາຍຊົນເຜົ່າ ເພື່ອປະກອບສ່ວນພັດທະນາເສດຖະກິດ - ສັງຄົມ
ອັດຕາຄອບຄົວທຸກຍາກຫຼາຍສົ້ນໃນທົ່ວປະເທດຫຼຸດລົງເຫຼືອກວ່າ 2% - ảnh 1ທີ່ກອງປະຊຸມຢູ່ສະຖານທີ່ ຮ່າໂນ້ຍ
(ພາບ: hanoimoi.vn)

        ອັດຕາຄອບຄົວທຸກຍາກຫຼາຍສົ້ນປີ 2023 ຂອງ ຫວຽດນາມ ຍັງເຫຼືອພຽງ 2,9% (ຫຼຸດລົງ 1,1%); ອັດຕາຄອບຄົວທຸກຍາກຢູ່ບັນດາເມືອງທຸກຍາກຍັງເຫຼືອພຽງປະມານ 33% (ຫຼຸດລົງກວ່າ 5,6%); ອັດຕາຄອບຄົວທຸກຍາກຊາວເຜົ່າສ່ວນໜ້ອຍຍັງເຫຼືອກວ່າ 17,8% (ຫຼຸດລົງ 3,2%), ບັນລຸຄາດໝາຍໂດຍສະພາແຫ່ງຊາດ, ລັດຖະບານມອບໝາຍໃຫ້. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາໃນກອງປະຊຸມທາງໄກທົ່ວປະເທດສະຫຼຸບວຽກງານຊົນເຜົ່າປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງກຳມາທິການຊົນເຜົ່າ, ທີ່ໄດ້ຈັດຂຶ້ນໃນວັນທີ 02 ມັງກອນ, ຢູ່ ຮ່າໂນ້ຍ.

        ຕາມບົດລາຍງານທີ່ກອງປະຊຸມ, ການປະຕິບັດວຽກງານຊົນເຜົ່າປີ 2023 ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ພິເສດແມ່ນໃນການຜັນຂະຫຍາຍບັນດາລາຍການ, ນະໂຍບາຍຊົນເຜົ່າ ເພື່ອປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ເນັ້ນໜັກວ່າ, ປີ 2024, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງເອົາໃຈໃສ່ຢ່າງຖືກຕ້ອງເຖິງວຽກງານຊົນເຜົ່າ ຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ພ້ອມທັງ, ຕ້ອງສືບຕໍ່ປະຕິບັດວຽກງານໂຄສະນາເພື່ອໃຫ້ທຸກຂັ້ນ, ທຸກຂະແໜງການ, ພໍ່ແມ່ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຮ່ວມແຮງຮ່ວມໃຈຜັນຂະຫຍາຍການປະຕິບັດບັນດານະໂຍບາຍໃຫ້ບັນລຸປະສິດທິຜົນຢ່າງສູງ.

ຕອບກັບ

ຂ່າວ/ບົດ​ອື່ນ