ອັດ​ຕາ​ຜູ້​ຕິດ​ເຊື້ອ​ພະ​ຍາ​ດ​ໂຄວິດ - 19 ຢູ່​ເຂດ​ມີ​ຄວາມ​ສ່ຽງ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ຫຼຸດ​ລົງ​ຢ່າງ​ເຫັນ​ໄດ້​ຊັດ

(VOVWORLD) -ສຳລັບເຂດສີສົ້ມ, ເຂດສີແດງ, ອັດຕາຜູ້ຕິເຊື້ອໂຄວິດ - 19 ຜ່ານການກວດວິໄຈບັ້ນທີ 1, ບັ້ນທີ 2 ໄດ້ຫຼຸດລົງ 3,6% ແລະ 2,7% ຕາມລຳດັບ, ໃນນັ້ນ ເຄິ່ງໜຶ່ງຂອງໄລຍະທີ 3 ແມ່ນຍັງເຫຼືອພຽງ 1,3%. ສຳລັບເຂດສີຂຽວ, ອັດຕາຜູ້ຕິດເຊື້ອແມ່ນ 0,78% ແລະ ເຂດສີເຫຼືອງແມ່ນ 1,41%.
ອັດ​ຕາ​ຜູ້​ຕິດ​ເຊື້ອ​ພະ​ຍາ​ດ​ໂຄວິດ - 19 ຢູ່​ເຂດ​ມີ​ຄວາມ​ສ່ຽງ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ຫຼຸດ​ລົງ​ຢ່າງ​ເຫັນ​ໄດ້​ຊັດ - ảnh 1 ທ່ານ ຫງວຽນຮົ່ງເຕິມ, ຮອງຜູ້ອຳນວຍການຝ່າຍບໍລິຫານ ສູນຄວບຄຸມພະຍາດນະຄອນ ໂຮ່ຈີມິນ (ພາບ: VOV)

ອັດຕາຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ເຂດມີຄວາມສ່ຽງຢູ່ນະຄອນ ໂຮ່ຈີມິນ ຫຼຸດລົງຢ່າງເຫັນໄດ້ຊັດ. ນີ້ແມ່ນຂໍ້ມູນໂດຍຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນ ໂຮ່ຈີມິນ ໄດ້ຍົກອອກມາໃນກອງປະຊຸມເມື່ອຕອນບ່າຍວັນທີ 12 ກັນຍາ. ທ່ານ ຫງວຽນຮົ່ງເຕິມ, ຮອງຜູ້ອຳນວຍການຝ່າຍບໍລິຫານ ສູນຄວບຄຸມພະຍາດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ປັດຈຸບັນ ວຽກງານກວດວິໄຈຫາເຊື້ອໄວຣັດໃນວົງກວ້າງຢູ່ເຂດຕ່າງໆໃນນະຄອນ ໄດ້ປະຕິບັດສຳເລັດບັ້ນທີ 3 ແລ້ວ ແລະ ບັນລຸປະມານ 55% ຄວາມຄືບໜ້າ. ແຕ່ລະເທື່ອກວດຫາເຊື້ອໄວຣັດ, ອັດຕາຜູ້ເປັນບວກກັບເຊື້ອໄວຣັດ SARS – CoV – 2 ໄດ້ຫຼຸດລົງຢ່າງເຫັນໄດ້ຊັດ. ສຳລັບເຂດສີສົ້ມ, ເຂດສີແດງ, ອັດຕາຜູ້ຕິເຊື້ອໂຄວິດ - 19 ຜ່ານການກວດວິໄຈບັ້ນທີ 1, ບັ້ນທີ 2 ໄດ້ຫຼຸດລົງ 3,6% ແລະ 2,7% ຕາມລຳດັບ, ໃນນັ້ນ ເຄິ່ງໜຶ່ງຂອງໄລຍະທີ 3 ແມ່ນຍັງເຫຼືອພຽງ 1,3%. ສຳລັບເຂດສີຂຽວ, ອັດຕາຜູ້ຕິດເຊື້ອແມ່ນ 0,78% ແລະ ເຂດສີເຫຼືອງແມ່ນ 1,41%.

ໄລ່ຮອດວັນທີ 11 ກັນຍາ, ນະຄອນ ໂຮ່ຈີມິນ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 292.404 ຄົນ ແລະ ປິ່ນປົວຫາຍດີ 150.341 ຄົນ. ປັດຈຸບັນ, ພວມປິ່ນປົວໃຫ້ຄົນເຈັບຕິດເຊື້ອ 39.296 ຄົນ ແລະ ມີ 11.992 ຄົນເສຍຊີວິດ.


ຕອບກັບ

ຂ່າວ/ບົດ​ອື່ນ