ອັດ​ຕາ​ຜູ້​ວ່າງ​ງານ​ຢູ່ ພາກ​ພື້ນ​ນ້ຳ​ໃຊ້​ສະ​ກຸນ​ເງິນ ເອີ​ໂຣ ຫຼຸດ​ລົງ

(VOVWORLD) -Eurostat ຄາດວ່າ ມີປະຊາຊົນປະມານ 13,9 ລ້ານຄົນຂອງ ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU) ວ່າງງານໃນເດືອນ ພະຈິກ ປີ 2021.
ອັດ​ຕາ​ຜູ້​ວ່າງ​ງານ​ຢູ່ ພາກ​ພື້ນ​ນ້ຳ​ໃຊ້​ສະ​ກຸນ​ເງິນ ເອີ​ໂຣ ຫຼຸດ​ລົງ - ảnh 1ພາບປະກອບ: Eurostat

ຕາມຕົວເລກໂດຍ ອົງການສະຖິຕິ ເອີລົບ (Eurostat) ໄດ້ປະກາດວ່າ ວັນທີ 10 ມັງກອນ, ອັດຕາຜູ້ວ່າງງານຢູ່ ເຂດນຳໃຊ້ສະກຸນເງິນ ເອີໂຣ (Eurozone) ສືບຕໍ່ຫຼຸດລົງໃນເດືອນມັງກອນປີ 2021, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຈາກການລະບາດໂຄວິດ - 19 ຮອບໃໝ່ ຢູ່ ບາງປະເທດ ເອີລົບ. ຕາມນັ້ນແລ້ວ, ອັດຕາຜູ້ວ່າງງານຢູ່ Eurozone ໄດ້ຫຼຸດລົງແຕ່ ລະດັບ 7,4%ຂອງ ເດືອນກໍລະກົດ ປີ 2021 ແລະ ລະດັບ 7,3% ໃນ ເດືອນ ຕຸລາຂອງ ປີ 2021 ລົງເຫຼືອ 7,2%ຂອງເດືອນພະຈິກ ປີ 2021. ນີ້ແມ່ນການດັດປັບທີ່ດີພໍສົມຄວນເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ໂດຍແມ່ນໄລຍະທີ່ອັດຕານີ້ຢູ່ລະດັບ 8,1% ໃນ Eurozone.

Eurostat ຄາດວ່າ ມີປະຊາຊົນປະມານ 13,9 ລ້ານຄົນຂອງ ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU) ວ່າງງານໃນເດືອນ ພະຈິກ ປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ