ອັດຕາພາສີຕ້ານການຂາຍບຸບລາຄາປາຈາ, ປາບາຊາຂອງຫວຽດນາມ ສົ່ງອອກໄປຍັງ ອາເມລິກາ ຫຼຸດລົງ

(VOVWORLD) -ນີ້ແມ່ນຂ່າວດີຢ່າງຕັ້ງໜ້າສຳລັບບັນດາວິສາຫະກິດສົ່ງອອກປາຈາ, ປາບາຊາຂອງຫວຽດນາມ ໃນສະພາບໂລກລະບາດໂຄວິດ-19

ກະຊວງການຄ້າອາເມລິກາ (DOC) ໄດ້ແຈ້ງໃຫ້ຊາບໝາກຜົນການສຳຫຼວດພາສີຕ້ານການຂາຍບຸບລາຄາຄັ້ງທີ 15 ໃຫ້ແກ່ໄລຍະ ແຕ່ວັນທີ 01 ສິງຫາ 2017 – 31 ກໍລະກົດ 2018 ສຳລັບຜະລິດຕະພັນປາຈາ, ປາບາຊາ ຂອງຫວຽດນາມ ທີ່ສົ່ງອອກໄປຍັງອາເມລິກາ ຢ່າງເປັນທາງການ. ຕາມນັ້ນແລ້ວ, ອັດຕາພາສີສຸດທ້າຍທີ່ນຳໃຊ້ໃຫ້ວິສາຫະກິດບາງແຫ່ງທີ່ໄດ້ເຂົ້າຮ່ວມການຕອບຄຳຖາມ ແລະ ຮ່ວມມືກັບກະຊວງການຄ້າອາເມລິກາ ຫຼຸດຈາກລະດັບ 1,37 USD/ກິໂລກຣາມ ລົງເຫຼືອພຽງ 0,15 USD/ກິໂລກຣາມ (ເທົ່າກັບປະມານ 3,8% ລາຄາສົ່ງອອກ). ນອກນັ້ນ, ສ່ວນຫຼາຍວິສາຫະກິດສົ່ງອອກປາຈາທີ່ຂອບຂະໜາດໃຫຍ່ຂອງຫວຽດນາມ ຍັງສືບຕໍ່ໄດ້ຮັບອັດຕາພາສີ 0%.

        ນີ້ແມ່ນຂ່າວດີຢ່າງຕັ້ງໜ້າສຳລັບບັນດາວິສາຫະກິດສົ່ງອອກປາຈາ, ປາບາຊາຂອງຫວຽດນາມ ໃນສະພາບໂລກລະບາດໂຄວິດ-19, ພ້ອມກັນນັ້ນກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ຜະລິດຕະພັນປາຈາຂອງຫວຽດນາມ ສາມາດແກ່ງແຍ້ງການສົ່ງອອກໄປຍັງຕະຫຼາດອາເມລິກາ ໄດ້ຫຼາຍກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ