ອັດຕາສະໜັບສະໜູນປະທານາທິບໍດີObamaບັນລຸລະດັບສູງສຸດໃນອາຍຸການທີ2

ອັດຕາສະໜັບສະໜູນປະທານາທິບໍດີObamaບັນລຸລະດັບສູງສຸດໃນອາຍຸການທີ2 - ảnh 1
ທ່ານປະທານາທິບໍດີ Barack Obama
(ພາບ: The Journal)

(vovworld) – ຕາມ​ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ຫຼ້າ​ສຸດ​ໂດຍ CNN/ORC ດຳ​ເນີນ, ປະ​ຈຸ​ບັນ, ຜູ້​ສະໜັບ​ສະໜູນທ່ານ​ປະທານາທິບໍດີ Barack Obama ຢູ່​ໃນ​ລະດັບ​ສູງ​ສຸດ​ນັບ​ແຕ່​ເມື່ອ​ທ່ານ​ກະກຽມ​ກ້າວ​ເຂົ້າ​ສູ່​ອາຍຸ​ການ​ທີ 2 ​​​ເມື່ອ​ປີ 2013. ຕາມ​ໝາກຜົນຂອງ​ການ​ຢັ່ງ​ຫາງ​ສຽງ​ແລ້ວ, ການ​ສະໜັບສະໜູນ​ສະຫງວນ​ໃຫ້​ແກ່​ທ່ານປະທານາທິບໍດີ Obama ຈາກລະດັບ 50% ​ໃນ​​ໄລຍະ​ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກສາ​ທາ​ລະນະ​ລັດ ​ໄດ້​ເພີ່ມ​ຂຶ້ນ 54% ພາຍຫຼັງ​ພັກ​ປະ​ຊາ​ທິປະ​ໄຕ​ຂອງ​ທ່ານ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ໃນ​ທ້າຍ​ເດ​ືອນ 7 ຜ່ານ​ມາສຳ​ເລັດ​ຜົນ. ນີ້​ແມ່ນ​ລະດັບ​ສະໜັບສະໜູນ​ຕັ້ງໜ້າ​ທີ່​ສຸດ​ໃນ​ອາຍຸ​ການ​ທີ 2 ຂອງ​ທ່ານ​ປະທານາທິບໍດີ Obama, ​​​ເຊິ່ງສ່ວນ​ຫຼາຍ​ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ກຸ່ມ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ອາຍຸ​ຕ່ຳ​ກ່ວາ 45 ປີ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເອກະລາດ ​ແລະ ສະຫງ່ຽມ​ຄ່ຽມຄົມ​ໄດ້​ເພີ່ມ​ຂຶ້ນ 9%, ​ໃນ​ຂະນະນັ້ນ​ທີ່​ອັດຕາ​ຜູ້​ສະໜັບສະໜູນ​ໃນ​ກຸ່ມ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ອາຍຸ​ກ່ວາ 45 ປີ​ພັດຫລຸດ​ລົງ 1%.

 


ຂ່າວ/ບົດ​ອື່ນ