ອັດຕາອາການແພ້ຢາຢ່າງໜັກພາຍຫຼັງສັກວັກຊິນໂຄວິດ-19 ຢູ່ຫວຽດນາມ ແມ່ນ 1/1.000

(VOVWORLD) -ພາຍຫຼັງຜັນຂະຫຍາຍເປັນເວລາ 1 ເດືອນ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ຂອງ AstraZeneca ໃຫ້ກວ່າ 70.000 ຄົນ.
ອັດຕາອາການແພ້ຢາຢ່າງໜັກພາຍຫຼັງສັກວັກຊິນໂຄວິດ-19 ຢູ່ຫວຽດນາມ ແມ່ນ 1/1.000 - ảnh 1ວັກຊິນກັນໂຄວິດ-19 ຂອງ AstraZeneca
(ພາບປະກອບ: vnexpress.net)

ໃນແຈ້ງການທີ່ສົ່ງເຖິງບັນດາອົງການສື່ມວນຊົນໃນຕອນຄ່ຳວັນທີ 15 ເມສາ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ພາຍຫຼັງຜັນຂະຫຍາຍເປັນເວລາ 1 ເດືອນ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ຂອງ AstraZeneca ໃຫ້ກວ່າ 70.000 ຄົນ. ລະບົບຕິດຕາມກວດກາຂອງໂຄງການສັກວັກຊິນເປີດກວ້າງແຫ່ງຊາດ ໄດ້ຮັບຮູ້ວ່າ ມີ 33% ຈຳນວນຜູ້ໄດ້ສັກວັກຊິນກັນໂຄວິດ-19 ຢູ່ຫວຽດນາມ ປະກົດມີປະຕິກິຕິຍາທຳມະດາພາຍຫຼັງສັກວັກຊິນ ແລະ ຈົບລົງແຕ່ 1 ຫາ 2 ວັນ ຫາກບໍ່ຕ້ອງການປິ່ນປົວ, ເບິ່ງແຍງດ້ານສາທາລະນະສຸກ; ມີປະມານ 1â (1/1.000) ກໍລະນີມີອາການແພ້ຢາຢ່າງໜັກພາຍຫຼັງສັກວັກຊິນ, ໄດ້ຮັບການແກ້ໄຂຖືກຕາມຂໍ້ກຳນົດ, ສຸຂະພາບຂອງບັນດາກໍລະນີດັ່ງກ່າວລ້ວນແຕ່ກັບຄືນສູ່ເປັນປົກກະຕິແລ້ວ, ພາຍຫຼັງໄດ້ຮັບການຕິດຕາມ, ປິ່ນປົວຢູ່ຮາກຖານສາທາລະນະສຸກເປັນເວລາ 1 ຫາ 2 ວັນ. ພິເສດ, ມາຮອດປະຈຸບັນ, ຫວຽດນາມ ຍັງບໍ່ທັນມີກໍລະນີໃດເກີດສະພາບເລືອດແຂງພາຍຫຼັງສັກວັກຊິນ.

        ທ່ານສາດສະດາຈານ, ປະລິນຍາເອກ ດັ້ງດຶກແອັງ, ຫົວໜ້າສະຖາບັນອະນາໄມລະບາດວິທະຍາສູນກາງ, ຫົວໜ້າຄະນະບໍລິຫານໂຄງການສັກວັກຊິນເປີດກວ້າງແຫ່ງຊາດ, ໃຫ້ຮູ້ວ່າ: ຂັ້ນຕອນສັກວັກຊິນຢູ່ຫວຽດນາມ ໄດ້ຮັບການຜັນຂະຫຍາຍຢູ່ໃນລະດັບປອດໄພທີ່ສຸດ ແລະ ມີຄວາມແຕກຕ່າງເມື່ອທຽບໃສ່ບັນດາປະເທດອື່ນໃນໂລກ, ນັບທັງກັບບັນດາປະເທດກ້າວໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ