ອັດ​ປີ ຫວຽດ​ນາມ ຢູ່ ອີ​ຕາ​ລີ: ປະ​ກອບ​ສວ່ນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ ສອງ​ຝ່າຍ

(VOVWORLD) - ບັນດາການເຄື່ອນໄຫວຂອງປີ ຫວຽດນາມ - ອີຕາລີ 2023 ດ້ວຍຫົວຂໍ້ “ເຄົາລົບ - ເຂົ້າໃຈ - ຮ່ວມມື” ໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບອັນດີງາມ ລະຫວ່າງ ຫວຽດນາມ - ອີຕາລີ
ອັດ​ປີ ຫວຽດ​ນາມ ຢູ່ ອີ​ຕາ​ລີ: ປະ​ກອບ​ສວ່ນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ ສອງ​ຝ່າຍ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງ ຫ໋າຍຮຶງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນບ່າຍວັນທີ 2 ກຸມພາ, ພິທີອັດ “ ປີ ຫວຽດນາມ ຢູ່ ອີຕາລີ” 2023 ໂດຍສະຖານທູດ ຫວຽດນາມ ປະຈຳ ອີຕາລີ ຈັດຂຶ້ນຢູ່ສະນັກງານທີ່  ນະຄອນ Milan  ກ່າວຄຳຫັນທີ່ພິທີອັດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງ ຫ໋າຍຮຶງ ໄດ້ຢັ້ງຢືນວ່າ ບັນດາການເຄື່ອນໄຫວຂອງປີ ຫວຽດນາມ - ອີຕາລີ 2023 ດ້ວຍຫົວຂໍ້ “ເຄົາລົບ - ເຂົ້າໃຈ - ຮ່ວມມື” ໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບອັນດີງາມ ລະຫວ່າງ ຫວຽດນາມ - ອີຕາລີ, ນຳ ພາບພົດ ປະເທດ ຫວຽດນາມ ທີ່ເປັນມິດ, ປ່ຽນແປງໃໝ່, ພັດທະນາ ໄປຍັງ ອີຕາລີ ແລະ ສ້າງກາລະໂອກາດຮ່ວມມືໃໝ່ລະຫວ່າງສອງປະເທດ.

ໃນບົດກ່າວຄຳເຫັນທາງໄກ, ທ່ານນາງ Schiavo ຮອງຫົວໜ້າກົມບັນດາບັນຫາທົ່ວໂລກ ທັງເປັນຫົວໜ້າກົມອາຊີ - ໂອເຊອາເນຍ ກະຊວງການຕ່າງປະເທດ ອີຕາລີ, ໄດ້ເນັ້ນໜັກຄືນຜົນສຳເລັດຂອງ ປີຫວຽດນາມ - ອີຕາລີ, ດ້ວຍຫຼາຍການເຄື່ອນໄຫວທີ່ເປັນຫຼາຍຮູບແບບ ເຊິ່ງໄດ້ຈັດຂຶ້ນຢູ່ທັງສອງປະເທດ, ຍິ່ງໄປກ່ວານັ້ນແມ່ນບັນດາການຢ້ຽມຢາມຂັ້ນສູງຄືການຢ້ຽມຢາມ ອີຕາລີຂອງທ່ານປະທານປະເທດ ຫວໍວັນເຖືອງ, ພ້ອມກັບບັນດາການເຄື່ອນໄຫວໂຄສະນາ ແລະ ເຫດການວັດທະນະທຳ ທີ່ໄດ້ຈັດຂຶ້ນຢູ່ອີຕາລີ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ