ອັດປີທ່ອງທ່ຽວແຫ່ງຊາດໄຕງວຽນ-ດາລາດ2014

ອັດປີທ່ອງທ່ຽວແຫ່ງຊາດໄຕງວຽນ-ດາລາດ2014 - ảnh 1
ພິ​ທີ​ອັດປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ໄຕ​ງວຽນ-ດາ​ລາດ 2014
ພາບ:http://baolamdong.vn

(vovworld)-​ ຕອ​ນ​ຄ່ຳ​ວັນ​ທີ27/12, ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ໄຕ​ງວຽນ-ດາ​ລາດ ໄດ້​ອັດ​ລົງ ຢູ່ ນະ​ຄອນ ເລີມ​ດົງ ດ້ວ​ຍ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ພິ​ເສດ. ຕາມ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄຕ​ງວຽນ-ດາ​ລາດ 2014 ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຊົມ​ປະ​ມານ 6 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ໃສ່​ປີ 2013, ໃນ​ນັ້ນ ນັກ​ທ່ອງ​ທ່ຽວ​ສາ​ກົນ​ເພີ່ມ 7%, ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ 12% ເມື່ອ​ທຽບ​ໃສ່​ປີ 2013. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ, ທ່ານ ຮ່ວ​າງ​ຕວນ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ແຂວງ​ເລີມ​ດົງ ໄດ້​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄຕ​ງວຽນ-ດາ​ລາດ 2014 ສຳ​ເລັດ​ຜົນ ໂດຍ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ບັນ​ດາ​ແຂວງ ໄຕ​ງວຽນ, ບັນ​ດາ​ແຂວງ, ນ​ະ​ຄອນ​ອື່ນ. ບັນ​ດາ​ຈຸດ​ພົ້ນ​ເດັ່ນ, ຄວາມ​ປະ​ທັບ​ໃຈ​ທີ່​ງານ​ບຸນ​ໄດ້​ ເຮັດ​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດ​ນາມ ເວົ້າ​ລວມ ແລະ ໄຕ​ງວຽນ​ເວົ້າ​ສະ​ເພາະ ຈະ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ​ກວ່າ.”

 

 

ຂ່າວ/ບົດ​ອື່ນ