ອັດລາຍການພົບປະຫວຽດນາມຄັ້ງທີ 9

ອັດລາຍການພົບປະຫວຽດນາມຄັ້ງທີ 9 - ảnh 1
ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນ ຊົມເຊີຍບັນດາ
ນັກວິທະຍາສາດສາກົນ
ພາບ:vov


(vovworld)- ຕອນ​ເຊົ້າ​ວັນ​ທີ 17/8, ລາຍການ​ພົບ​ປະ​ຫວຽດນາມ​ຄັ້ງ​ທີ 9 ຊື່​ງ​ແມ່ນ​ເຫດການ​ວິ​ທະຍາ​ສາດ​ໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຢູ່ ຫວຽດນາມ ​ໄດ້​ອັດ​ລົງ ດ້ວຍ​ບັນດາ​ໝາກຜົນ​ອັນ​ດີງາມ. ມີ​ຫລາຍຂໍ້​ລິ​ເລີ່​ມດ້ານວິທະຍາສາດ, ຂໍ້​ມູນ​ຂ່າວສານ​ໃຫມ່​ກ່ຽວ​ກັບ​ຟີ​ຊິກ​ສາດ, ດາລາສາດ ​ແລະ ຈັກກະວານ ​​​ໂດ​ຍ​ແມ່ນ​ບັນດາ​ນັກວິທະຍາສາດ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ. ລາຍການ​ພົບ​ປະ​ຫວຽດນາມ​ຄັ້ງ​ທີ 9 ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ວິ​ທະຍາ​ສາດ​ກວ່າ 200 ທ່ານ ມາ​ຈາກ 30 ປະ​ເທດ ​ແລະ ​​ເຂດ​ແຄ້ວ​ນ​ໃນ​ໂລກ.  ພິ​ເສດ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ມີ ນັກວິທະຍາສາດ 5 ທ່ານທີ່​ໄດ້​ຮັບ​ລາງວັນ Nobel ຟີ​ຊິກ​ສາດ ​ແລະ ຜູ້ຕາງຫນ້າ​ບັນດາ​ສູນ​ຄົ້ນ​ຄ້ວາ​ວິທະຍາສາດ​ຊັ້ນ​ນຳ​ຂອງ​ໂລກ. ສາດສະດາ​ຈານ ​ເຈີ​ນ​ແທງ​​ເວີນ, ປະທານ​ສະມາຄົມ​ພົບ​ປະ​ຫວຽດນາມ ຢູ່ ຝລັ່ງ, ຜູ້​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ໃນ​ການ​ເຊື່ອມ​ຕໍ່​ວິທະຍາສາດ​ໂລກ​ກັບ​ຫວຽດນາມ ​ໃຫ້​ຮູ​້ວ່າ: ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຈະ​ຊ່ວຍ​​ໃຫ້​ພື້ນຖານ​ວິທະຍາສາດ​ຫວຽດນາມ ພັດທະນາ​ຕື່ມອີກ.

        “ສິ່ງພວກຂ້າພະເຈົ້າຢາກສົ່ງເຖິງປະຊາຊົນ ແລະ ເພື່ອນຫນຸ່ມຫວຽດນາມນັ້ນ ​ແມ່ນ: ວິທະຍາສາດ​ພື້ນຖານ​ແມ່ນ​ສິ່ງ​ສຳຄັນ​ໃຫ້​ແກ່​ອະນາຄົດ​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​​ເພື່ອນ​ຫນຸ່ມ​ຫວຽດນາມ ມີ​ກາລະ​ໂອກາດ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ, ຫລັງ​ຈາກ​ນັ້ນ​ຈະ​ກັບ​ຄືນ​ເມື​ອ​ຮັບ​ໃຊ້​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ