ອັດວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາເຜົ່າເຂດໄຕບັກ ປີ 2022

(VOVWORLD) - ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດໄຕບັກ ຄັ້ງທີ XV ຈັດຂຶ້ນໃນລະຫວ່າງ 2 – 4 ທັນວາ, ຢູ່ນະຄອນ ຫວຽດຈີ່, ແຂວງ ຝູເທາະ...
ອັດວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາເຜົ່າເຂດໄຕບັກ ປີ 2022 - ảnh 1ແຂວງ ອຽນບ໊າຍ ໄດ້ຮັບທຸງເຈົ້າພາບຈັດງານບຸນໃນປີ 2023
(ພາບ:TTXVN)

ຕອນບ່າຍວັນທີ 4 ທັນວາ, ຢູ່ແຂວງ ຝູເທາະ, ຄະນະຈັດຕັ້ງວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດໄຕບັກ ຄັ້ງທີ XV ປີ 2022 ໄດ້ຈັດການສະຫລຸບ ແລະ ອັດວັນບຸນ. ທຸງເຈົ້າພາບຈັດວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າໄຕບັກ ຄັ້ງທີ XVI ປີ 2025 ໄດ້ມອບໃຫ້ແຂວງ ອຽນບ໊າຍ.

        ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດໄຕບັກ ຄັ້ງທີ XV ຈັດຂຶ້ນໃນລະຫວ່າງ 2 – 4 ທັນວາ, ຢູ່ນະຄອນ ຫວຽດຈີ່, ແຂວງ ຝູເທາະ. ເຂົ້າຮ່ວມວັນບຸນມີນັກສິລະປະການ, ນັກສິລະປິນ, ນັກກິລາມະຫາຊົນ, ພໍ່ແມ່ປະຊາຊົນບັນດາເຜົ່າຂອງ 7 ແຂວງ, ເຊິ່ງລວມມີ: ຝູເທາະ, ຮ່ວາບິ່ງ, ດ້ຽນບຽນ, ລາຍເຈົາ, ລາວກາຍ, ອຽນບ໊າຍ ແລະ ເຊີນລາ. ມີຫຼາຍລາຍການດ້ວຍຂອບຂະໜາດໃຫຍ່, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວ.

        ເນື່ອງໃນໂອກາດນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ມອບໃບຍ້ອງຍໍໃຫ້ 11 ໝູ່ຄະນະ, 5 ສ່ວນບຸກຄົນ ທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມວັນບຸນ.

ຕອບກັບ

ຂ່າວ/ບົດ​ອື່ນ