​ອັດວັນບຸນເລີ່ມດຳເນີນອາຊີບປ່ຽນໃໝ່ມີຫົວຄິດປະດິດສ້າງຫວຽດນາມ

​ອັດວັນບຸນເລີ່ມດຳເນີນອາຊີບປ່ຽນໃໝ່ມີຫົວຄິດປະດິດສ້າງຫວຽດນາມ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຢ້ຽມ​ຊົມ​ບັນ​ດາ​ຮ້ານ​ວາງ​ສະ​ແດງ

(vovworld) – ​​ພາຍຫຼັງ​ໄດ້​ດຳ​ເນີນ​ເປັນ​ເວ​ລາ 2 ວັນ, ວັນ​ບຸນ​ເລີ່ມ​ດຳ​ເນີ​ນ​ອາ​ຊີບ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ຫວຽດ​ນາມ (Techfest 2016) ມີ​ນັກ​ລົງ​ທຶນ 170 ​ຄົນ ແລະ ​ມີ​ຜູ້​ເຂົ້າ​ຮ່ວມ 3.000 ​ເທື່ອຄົນ. Techfest 2016 ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ລະ​ຫວ່າງ​ວັນ​ທີ 12 – 13/11/2016, ມີ​ເນື້ອ​ໃນ, ​ວາ​ລະ​ປຶກ​ສາ​ຫາ​ລື, ການ​ໂອ​້​ລົມ​ສົນ​ທະ​ນາ​ຫຼາຍ​ຢ່າງ​ໄດ້​ຮັບ​ການ​ຈັດ​ຕັ້ງເພື່ອ​ແນ​ໃສ່​ສ້າງ ແລະ ພັດ​ທະ​ນາ​ລະ​ບົບ​ຊີ​ວະ​ພາບ​ເລີ່ມ​ດຳ​ເນີນ​ອາ​ຊີບ​ປ່ຽນ​ໃໝ່​​ທີ່ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ວັນ​ບູນ​ໄດ້​ເຊີດ​ຊູ​ບັນ​ດາ​ລາຍ​ການ, ໂຄງ​ການ​ຊຶ່ງ​ສາ​ກົນ​ອຸ​ປະ​ຖຳ​ໃຫ້​ແກ່​ການ​ເລີ່ມ​ດຳ​ເນີນ​ອາ​ຊີບ, ບັນ​ດາ​ກອງ​ທຶນ​​ທີ່ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​ຢູ່ ຫວຽດ​ນາມ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ​​ໄດ້ມີ​ບັນ​ດາ​ບາດ​ກ້າວ​ປະ​ທັບ​ໃຈ.

        ທີ່​ພິ​ທີ​ອັດ​ວັນ​ບຸນ, ວັນ​ທີ 13/11, ຄະ​ນະ​ຈັດ​ຕັ້ງ Techfest 2016 ໄດ້​ມອບຫຼາຍ​ລາ​ງວັນ​ໃຫ້​ບັນ​ດາກ​ຸ່ມ​ເລີ່ມ​ດຳ​ເນີນ​ອາ​ຊີບ. 


ຂ່າວ/ບົດ​ອື່ນ