ອັດວາລະປະຊຸມຄັ້ງທີ 26 ຂອງຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ


ອັດວາລະປະຊຸມຄັ້ງທີ 26 ຂອງຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ - ảnh 1

(ພາບ: Nguyễn Dũng)

(vovworld)- ຕອນ​​ເຊົ້າ​ວັນ​ທີ 14/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ​ໄດ້​ອັດ​ວາ​ລະ​ປະຊຸມ​ຄັ້ງທີ 26, ພາຍຫຼັງ​ປະກອບ​ຄຳ​ເຫັນ​​ໃສ່ຮ່າງ​ລັດຖະບັນຍັດ​ວ່າ​ດ້ວຍ​ການປັບ​ໃໝ​ລົງ​ໂທດ​ບັນດາ​ການ​ກະທຳ​ກີດຂວາງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ​ຂອງ​ສານ. ກ່າວ​ຄຳ​ເຫັນນະ​ທີ່ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງຈູ​ລຶວ ​ໃຫ້​ຮູ້​ວ່າ: ​ໃນ​ວາລະ​ປະຊຸມ​ຄັ້ງນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຊຸດ​ທີ 13 ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫ່ຍທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ 3 ສະບັບ​ທີ່​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອທີ 6 ຜ່ານ​ມາ ​ແລະ ປະກອບ​ຄຳ​ເຫັນ​​ໃສ່ຮ່າງ​ກົດໝາຍ 5 ສະບັບ​ທີ່​ຈະ​ຍື່ນ​ສະ​ເໜີຕໍ່​ສະພາ​ແຫ່ງ​ຊາດ​ທີ່​ສະ​ໄໝ​ປະຊຸມ​ຄັ້ງທີ 7. ​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດສະ​ເໜີ​ໃຫ້​ບັນດາ​ອົງການ​ຮຽບຮຽງ ສົບ​ທົບ​ກັບ​ບັນດາ​ອົງການ​ກວດກາ, ຮັບ​ຟັງ​ບັນດາ​ຄຳ​ເຫັນ​ປະກອບ​ເພື່ອ​ປັບປຸງ​ຮ່າງ​ກົດໝາຍ​​ໃຫ້ສົມ​ບູນ​ແບບ​ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີຕໍ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອທີ 7 ສະພາ​ແຫ່ງ​ຊາດຊຸດ​ທີ 13 ເພື່ອ​ພິຈາລະນາ. ​ແລະ ກໍ່​ໃນ​ວາລະ​ປະຊຸມ​ຄັ້ງນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ມະຕິ​ເລກທີ 35 ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໄຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ ​ແລະ ສະພາ ປຊຊ ​ເລືອກ​ຕັ້ງຫຼື​ໃຫ້​ສັດຕະຍາ​ບັນ./.

ຂ່າວ/ບົດ​ອື່ນ