ອັດວາລະປະຊຸມຄັ້ງທີ XIຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາເລື່ອງຄາດຄະເນພິທີຈັດແບ່ງງົບປະມານສູນກາງໄລຍະ 2021 – 2025 ແລະ ປີ 2022 ໃຫ້ແກ່ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ
ອັດວາລະປະຊຸມຄັ້ງທີ XIຄະນະປະຈຳສະພາແຫ່ງຊາດ - ảnh 1ວາລະປະຊຸມຄັ້ງທີ XI ຄະນະປະຈຳສະພາແຫ່ງຊາດ
(ພາບ: TTXVN)

ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມຄັ້ງທີ XI, ວັນທີ 13 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ອັດວາລະປະຊຸມ. ກ່ອນອັດວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາເລື່ອງຄາດຄະເນພິທີຈັດແບ່ງງົບປະມານສູນກາງໄລຍະ 2021 – 2025 ແລະ ປີ 2022 ໃຫ້ແກ່ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ; ພິຈາລະນາການເພີ່ມແຜນງົບປະມານສູນກາງປີ 2022 ຢູ່ພາຍໃນປະເທດ ເພື່ອຈັດແບ່ງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ…

        ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ກໍ່ໄດ້ປະກອບຄຳເຫັນໃສ່ເລື່ອງຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕົກລົງແຜນນະໂຍບາຍລົງທຶນໄລຍະທີ 1 ບັນດາໂຄງການກໍ່ສ້າງທາງບົກ, ເສັ້ນທາງຄວາມໄວສູງ ຕອນເຈົາດົກ - ເກິນເທີ - ຊອັກຈັງ; ແລະຕອນແຄງຮ່ວາ - ບວນມາທວດ; ບຽນຮ່ວາ - ວູ້ງເຕົ່າ.

ຕອນບ່າຍວັນທີ 13 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດ ໄດ້ອັດວາລະປະຊຸມຄັ້ງທີ XI. ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ສືບຕໍ່ຮັບເອົາຄຳເຫັນທີ່ວາລະປະຊຸມຄັ້ງທີ XI ເພື່ອເຊັນປະກາດໃຊ້ມະຕິສະບັບຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ