ອັດວາລະປະຊຸມທີ4ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14


ອັດວາລະປະຊຸມທີ4ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14 - ảnh 1
ວາລະ​ປະຊຸມ​ທີ 4​ ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14​
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 18/10, ວາລະ​ປະຊຸມ​ທີ 4​ ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14​ ໄດ້​ອັດ​ລົງ, ພາຍຫຼັງ​ບັນດາ​ຜູ້​ແທນ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ, ດຳ​ເນີນ​ທຸລະ​​ກິດ; ຮ່າງ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະຕິບັດການ​ອອກ​ວີ​ຊາ​ທົດ​ລອງ​ໃຫ້​ຊາວ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ. ກ່າວ​ຄວາມ​ເຫັນ​ອັດ​ວາລະ​ປະຊຸມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ: ພາຍຫຼັງ​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ​ມາ​ເປັນ​ເວລາ​ເກືອບ 6 ວັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະຕິບັດ​ສຳ​ເລັດ​ລາຍການ​ຂອງ​ວາລະ​ປະຊຸມ​ທີ 4. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ລັດຖະບານ, ກຳມາ​ທິການ​ເສດຖະກິດ, ກຳມາ​ທິການ​ການ​ເງິນ ​ແລະ ງົບປະມານ, ກຳມາ​ທິການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຄົ້ນ​ຄ້ວາ, ຮັບ​ເອົາ​ຄວາມ​ເຫັນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປັບປຸງ​ບັນດາ​ບົດ​ລາຍ​ງານ, ຮ່າງ​ກົດໝາຍ ​ແລະ ສຳ​ເນົາ​ທີ່​ກ່ຽວຂ້ອງ​ໂດຍ​ໄວ ​ເພື່ອ​ສົ່ງ​ເຖິງ​ບັນດາ​ສະມາຊິກ ສະພາ​ແຫ່ງ​ຊາດ, ​ແນ​ໃສ່​ຮັບ​ໃຊ້​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ ຫວຽດນາມ​ ຊຸດ​ທີ 14 ຢ່າງ​ທັນ​ການ.

 

 

ຂ່າວ/ບົດ​ອື່ນ