ອັດວາລະປະຊຸມເທື່ອທີ47ຄະນະປະຈຳສະພາແຫ່ງຊາດຊຸດທີ13

ອັດວາລະປະຊຸມເທື່ອທີ47ຄະນະປະຈຳສະພາແຫ່ງຊາດຊຸດທີ13 - ảnh 1
ທ່ານ ຟຸງກວກຫຽນ ຮອງປະທານສະພາແຫ່ງຊາດ
ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: quochoi.vn)

(vovworld) - ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ​ໜຶ່ງ​ວັນ​ເຄິ່ງ, ຕອນ​ເຊົ້າ​ວັນ​ທີ 26/04 ວາລະ​ປະຊຸມ​ເທື່ອ​ທີ 47 ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ຖື​ກອັດ​ລົງ. ກ່າວຄຳ​ເຫັນ​ທີ່​ວາລະ​ອັດ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຊີ້​ແຈ້ງວ່າ: ທີ່​ວາລະ​ປະ​ຊຸມ​ເທື່ອ​ທີ 47 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ສະຫງວນ​ເວລາ ​ເພື່ອ​ພິຈາລະນາ, ຕິ​ລາຄາ​ໝາກຜົນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ​ໃຫ້​ຄຳ​ເຫັນ​ເບື້ອງຕົ້ນ​ກ່ຽວ​ກັບ​ການ​ກະກຽມ​ກອງປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລິກ​ ສະພາ​ແຫ່ງ​ຊາດ​ຊຸດ​ທີ 14. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ, ຫ້ອງວ່າການ​ສະພາ​ແຫ່ງ​ຊາດຮັບ​ເອົາ​ຄຳ​ເຫັນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສ້າງ​ສຳ​ເລັດ​ແຜນລາຍການ​ກອງ​ປະຊຸມ​ຄັ້ງປະຖົມມະ​ເລິກ ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ບົດ​ລາຍ​ງານ​ຕີ​ລາຄາໝາກຜົນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.

ຂ່າວ/ບົດ​ອື່ນ