ອິດສຣາແອນ ອອກຄຳຂາດໃຫ້ຂະບວນການ Hamas

ອິດສຣາແອນ ອອກຄຳຂາດໃຫ້ຂະບວນການ Hamas - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 03/07, ອິດສຣາ​ແອນ ອອກ​ຄຳ​ຂາດ​ໃຫ້​ຂະ​ບວນການອິດສລາມ Hamas ຂ​ອງ ປາ​ແລດ​ສຕິນ ຮຽກຮ້ອງ​ສະກັ​ດກັ້ນ​ບັນດາ​ການ​ຍິງ​ລູກ​ຈະ​ຫຼວດ ຈາກ​ເຂດ​ກາຊາ ​ໃນ​ຮອບ​ເວລາ 48 ຊົ່ວ​ໂມງ ຫຼື ​ແທນ​ອາ​ວີ​ບ ຈະ​ເປີດ​ການ​ບຸກ​ໂຈມ​ຕີ​ໃສ່​ເຂດ​ກາຊາ. ບັນດາ​ແຫຼ່ງຂ່າວ​ຂອງ​ປາ​ແລດ​ສຕິນ ​ໃຫ້​ຮູ້​ວ່າ ຄຳ​ຂາ​ດດັ່ງກ່າວ​ໂດຍອົງການ​ສືບ​ລາຊະການ​ລັບ​ອີ​ຢີບ ຝາກ​ເຖິງຫົວໜ້າ​ການ​ເມືອງຂອງ Hamas, Musa Abu Marzuk. ກ່ອນ​ໜ້ານັ້ນ, ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນ​ຕີ ອິດສຣາ​ແອນ Benjamin Netanyahu ຖະ​ແຫຼ​ງວ່າ ອິດສຣາ​ແອນ ພວມ​​ກະກຽມ​ໃຫ້ 2 ກໍລະນີ, ທີ​ໜຶ່ງ​ແມ່ນ ບັນດາ​ມືປືນຢູ່​ເຂດ​ກາຊາ ຕ້ອງ​ຢຸດຕິ​ການ​ຍິງ​ລູກ​ຈະ​ຫຼວດ​​ໃສ່​ອິດສຣາ​ແອນ, ທີ່ສອງ​ແມ່ນ ອິດສະຣາ​ແອນ ຈະ​ມີ​ການ​ກະທຳ​ຢ່າງ​ແຮງ​ຖ້າວ່າ​ການ​ໃຊ້ຄວາມ​ຮຸນ​ແຮງ​ສືບ​ຕໍ່​ຖືກດຳ​ເນີນ​. ​ທ່ານເສນາ​ທິການ​ໃຫຍ່​ກອງທັບ​ອິດສຣາ​ແອນ Benny Gantz ກໍ່​ເນັ້ນ​ໜັກ​ວ່າ ອິດສຣາ​ແອນ ພວມ​ຊອກ​ຫາ​ວິທີ​​​ເພື່ອ​ບໍ່​ໃຫ້​ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ, ​​ແຕ່ຖ້າ​ຫາກ Hamas ​ມີ​ການ​ກະທຳ​ຕ້ານ​ອິດສຣາ​ແອນ, ປະ​ເທດ​ນີ້​ຈະ​ມີ​ການ​ເຄື່ອນ​ໄຫວ​ໂຕ້​ຕອບ. ​ແລະກໍ່​ໃນ​ວັນ​ດຽວ​ກັນ, ກອງ​ພົນ​ນ້ອຍ al Qassam, ທີ່​ໄດ້​ປະກອບ​ອາວຸດ​ຂອງ​ຂະ​ບວນການ​ອິດສລາມ Hamas, ​ໄດ​້ກ່າວ​ເຕື່ອນ​ອິດສຣາ​ແອນ ​ໄດ້​ບຸກ​ໂຈມ​ຕີ​​ເຂົ້າ​ເຂດ​ກາຊາ.

ຂ່າວ/ບົດ​ອື່ນ