ອິດສຣາແອນ ແລະ ປາແລດສຕິນ ໃຫ້ຄຳໝັ້ນ ສັນຍາຈະມານະພະຍາຍາມເພື່ອບັນລຸໄດ້ສັນຍາສັນຕິພາບ

ອິດສຣາແອນ ແລະ ປາແລດສຕິນ ໃຫ້ຄຳໝັ້ນ ສັນຍາຈະມານະພະຍາຍາມເພື່ອບັນລຸໄດ້ສັນຍາສັນຕິພາບ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 30/07, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ຖະ​ແຫຼ​ງວ່າ ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ ​ໄດ້​ຕົກລົງ​ພົບ​ປະກັນ ​ເພື່ອ​ເລີ່ມຕົ້ນ​ການເຈລະຈາ​ຢ່າງ​ແທດ​ຈິງ ດ້ວຍ​ຈຸດໝາຍ​ລົງ​ນາມ​ໃນ​ສັນຍາ​ສັນຕິພາບ​​ໃຫ້​ໄດ້ໃນ​ຮອບ​ເວລາ 9 ​ເດືອນ.

        ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ ກັບ​ຫົວໜ້າ​ຄະນະ​ເຈລະຈາ ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ​ໃຫ້​ຮູ້​ວ່າ ການ​ເຈລະຈາ​ຈະ​ມາ​ເຖິງ ອາດ​ຈະ​ດຳ​ເນີນ​ໄປ​ຢູ່​ອິສຣາ​ແອນ ຫຼື ເຂດ​ຕ່າງ​ໆຂອງ​ປາ​ແລດ​ສຕິນ. ​ເວ​ລາ​ທີ່ 2 ຝ່າຍ​ພົບ​ປະກັນ ຄາດ​ວ່າໃນ​ກາງ​ເດືອນ ສິງຫາ. ຈຸດໝາຍ​ຂອງ​​ຮອບ​ເຈລະຈາ​ຈະ​ມາ​ເຖິງ​ແມ່ນ ​ປຶກສາ​ຫາລື​ບັນດາ​ບັນຫາ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ ​ແນ​​ໃສ່່ຢຸດຕິ​ການ​ປະ​ທະ​ກັນ​ລະຫວ່າງ​ຊາວ ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ. ທ່ານ John Kerry ກໍ່ຍ້ອມຮັບ​ວ່າ ​ເສັ້ນທາງ​ສັນຕິພາບ​ໃນ​ຕໍ່ໜ້າ​ບໍ່​​ແມ່ນງ່າຍ ​ແຕ່​ຫວັງ​ວ່າ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ຮອບ​ເວລາ 9 ​ເດືອນ.

     ກຸ່ມ​ “4 ຝ່າຍ” ທີ່​ອຸປະຖຳ​ໃຫ້​ວິວັດ​ການ​ສັນຕິພາບ​ຢູ່ຕາ​ເວັນ​ອອກ​ກາງ​ ເຊິ່ງລວມມີ ສະຫະ​ປະຊາຊາດ, ສະຫະພາບ​ເອີ​ລົບ, ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ, ​ໄດ້​ອອກ​ຖະ​ແຫຼ​ງການຮ່ວມ ຊົມ​ເຊີຍ​ເລື່ອງ ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່. ກຸ່ມ 4 ຝ່າຍຢືນຢັນ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສະໜັບສະໜູນ​ໃຫ້ 2 ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ 2 ລັດ, ​ແນ​ໃສ່​ສ້າງ​​ພື້ນຖານ​ສັນ​ຕິພາບອັນ​ຍາວ​ນານ ​ແລະ ​ໝັ້ນຄົງ​ຢູ່​ພາກ​ພື້ນ​ນີ້.
ຂ່າວ/ບົດ​ອື່ນ