ອິດສຣາແອນ ແລະ ຮາມາດ ເຈລະຈາ ໂຍະຍານຄຳສັ່ງປິດລ້ອມເຂດກາຊາ

ອິດສຣາແອນ ແລະ ຮາມາດ ເຈລະຈາ ໂຍະຍານຄຳສັ່ງປິດລ້ອມເຂດກາຊາ - ảnh 1
(ພາບປະກອບ)
(vovworld) -     ຕາມ​ບັນດາ​ແຫຼ່ງຂ່າວ​ສາກົນ​ແລ້ວ, ອິດສຣາ​ແອນ ​ແລະ ຂະ​ບວນການ​ອິດສະ​ລາມ ຮາ​ມາດ, ຊິ່ງປະຈຸ​ບັນ​ພວມ​ຄວບ​ຄຸມ​ເຂດ​ກາຊາ ຂອງ​ປາ​ແລດ​ສຕິນ, ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຈລະຈາ​ທາງ​ອ້ອມ​ກ່ຽວ​ກັບ​ການ​ໂຍະຍານການ​ປິດ​ລ້ອມ​ທີ່​ມີ​ຕໍ່​ເຂດ​ດິນ​ແດນ​ນີ້​ຕາມ​ບັນດາ​ມາດຕາ​ຂອງ​ຂໍ້​ຕົກລົງ​ຢຸດ​ຍິງ ​ເຊິ່ງບັນລຸ​ໄດ້​ໃນ​ປີ 2012. ບັນດາ​ການ​ເຈລະຈາ​ໄດ້​ດຳ​ເນີນ​​ໄປ​ໃນ​ຫຼາຍ​ອາມິດ​ຜ່ານ​ມາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນາຍ​ທະຫານ​ອິດສຣາ​ແອນ ​ແລະ ​ບັນດາ​ນັກ​ໄກ່​ເກ່ຍອີ​ຍີບ. ບັນດາ​ກາ​ນ​ເຈລະຈາ​ລວມທັງ​ການ​ປິດະຕູ​ດ່ານຊາຍ​ແດນ Rafah ​ໃນ​ເສັ້ນ​ຊາຍ​ແດນ​ຂອງ ກາຊາ ຕິດກັບ ອີ​ຍີບ ​ເພື່ອ​ອະນຸຍາດ​ຂົນສົ່ງ​ວັດຖຸ​ກໍ່ສ້າງ​ຈາກ ກາ​ຕາ, ກໍ​ຄືຂົນ​ສົ່ງ​ຜະລິດ​ຕະພັນ​ກະ​​ເສດ​ຈາກ​ເຂດ ກາຊາ ​ເຂົ້າ ອິດສຣາ​ແອນ. ນີ້​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ ອິດສຣາ​ແອນ ​ແລະ ກາ​ຊາ ພາຍ​ຫຼັງການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​ເຊິ່ງ​ແກ່ຍາວ​ເປັນ​ເວລາ 1 ອາທິດ ຢູ່​ພາຍ​ໃນ ​ແລະ ອ້ອມ​ເຂດ​ກາຊາ​ເມື່ອ​ເດືອນ 11/2012.
ຂ່າວ/ບົດ​ອື່ນ