ອິດສຣາແອນ ໂຈະການມອບເງິນເກັບພາສີໃຫ້ອຳນາດການປົກຄອງປາແລດສຕິນ

ອິດສຣາແອນ ໂຈະການມອບເງິນເກັບພາສີໃຫ້ອຳນາດການປົກຄອງປາແລດສຕິນ - ảnh 1
ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanayhu
(ພາບອີນເຕີແນດ)


(vovworld) – ວັນ​ທີ 03/01, ​ເຈົ້າ​ໜ້າ​ທີ່​ອິສຣາ​ແອນ ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ, ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanayhu ​ໄດ້​ຕົກລົງ​ໂຈະ​ການ​ມອບ​ໃຫ້​ຝ່າຍ​ປາ​ແລດ​ສຕິນ ​ເງິນ​ພາສີ​ປະຈຳ​ເດືອນ. ນີ້​ແມ່ນ​ການ​ກະທຳ​​ແນ​ໃສ່​ໂຕ້​ຕອບ​ເລື່ອງ ປາ​ແລດ​ສຕິນ ​ໄດ້​ຍື່ນ​ຄຳຮ້ອງຂໍ​ເຂົ້າ​ຮ່ວມ​ສານ​ອາຍາ​ສາກົນ (ICC) ​ຢ່າງ​ເປັນ​ທາງ​ການ. ຕາມ​ໜັງ​ສືພິມ Haaretz, ບ້ວງ​ເງິນ​ດັ່ງກ່າວ​​ແມ່ນ​ຈຳນວນ​ເງິນ​ເກ​ັບພາສີ​ທີ່​ມີ​ມູນ​ຄ່າ 127 ລ້ານ USD, ຈຳນວນ​ເງິນ​ນັ້ນ​​ໄດ້​ເກ​ັບຈາກ​ການ​ຂົນ​ສົ່ງ​ສິນຄ້າ​ເຂົ້າ​ບັນດາ​ເຂດ​ດິນ​ແດນ​ຂອງ​ປາ​ແລດ​ສຕິນ ຜ່ານ​ອິດສຣາ​ແອນ. ຕາມ​​ແຜນການ, ຈຳນວນ​ເງິນ​​ໃນ​ເດືອນ 12/2014 ຕ້ອງ​​ຖືກ​ມອບ​ໃຫ້​ປາ​ແລດ​ສຕິນ​ ໃນ​ວັນ​ທີ 02/01.

        ​ປະຕິ​ກິລິຍາ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ, ທ່ານ​ຫົວ​ໜ້າ​ຄະນະ​ເຈລະຈາ​ປາ​ແລດ​ສຕິນ Saeb Erekat ​ໄດ້ກ່າວ​ຫາ​ວ່າ ນີ້​ແມ່ນ​ໂທດ​ກຳສົງຄາມ​ໃໝ່​ຂອງ​ອິດສຣາ​ແອນ. ​ແຕ່​ວ່າ, ທ່ານ​ກໍ່​ຢືນຢັນ ປາ​ແລດ​ສຕິນ ຈະ​ບໍ່ທໍ່​ຖອຍ​ໃຈ​ຕໍ່​ບັນດາ​ຄວາມ​ກົດ​ດັນດັ່ງກ່າວ.

ຂ່າວ/ບົດ​ອື່ນ