ອົດສະຕາລີ ຊຸກຍູ້ການພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ຢູ່ Dili - ນະຄອນຫຼວງຂອງ Timor Leste, ທ່ານນາງ Bishop, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ໄດ້ພົບປະກັບບັນດາການນຳໃນລັດຖະບານໃໝ່ຂອງ Timor Leste.

ທ່ານນາງ Julie Bishop, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ມີການປະຕິບັດງານຢູ່ 4 ປະເທດນັ້ນແມ່ນ: Timor Leste, ມາເລເຊຍ, ສິງກະໂປ ແລະ ອິນໂດເນເຊຍ ແຕ່ວັນທີ 29/7 – 7/8 ເພື່ອແນໃສ່ຢັ້ງຢືນຄຳໝັ້ນສັນຍາຂອງອົດສະຕາລີ ສືບຕໍ່ແມ່ນຄູ່ຮ່ວມມືແຖວໜ້າກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຢູ່ Dili - ນະຄອນຫຼວງຂອງ Timor Leste, ທ່ານນາງ Bishop, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ໄດ້ພົບປະກັບບັນດາການນຳໃນລັດຖະບານໃໝ່ຂອງ Timor Leste. 2 ຝ່າຍປຶກສາຫາລືກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົ້ງ, ພັດທະນາເສດຖະກິດ, ເປີດໂຄງການໃໝ່ໃນການພົວພັນ 2 ປະເທດ ແລະ ລົງນາມໃນສັນຍາປົກປັກຮັກສາຊາຍແດນທາງທະເລສະຖຽນລະພາບຖາວອນ.

        ຢູ່ມາເລເຊຍ, ທ່ານນາງ Bishop ໄດ້ພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງໃນລັດຖະບານໃໝ່ ແລະ ພ້ອມກັນແບ່ງປັນທັດສະນະຍຸດທະສາດກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ. ຢູ່ສິງກະໂປ, ທ່ານນາງ Bishop ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງຂອງ ອາຊຽນ ຄືກອງປະຊຸມສຸດຍອດ ອາຊີຕາເວັນອອກ, ເວທີປາໄສພາກພື້ນ ອາຊຽນ, ພົບປະຂັ້ນລັດຖະມົນຕີ ອົດສະຕາລີ - ອາຊຽນ. ບັນດາການພົບປະສຳຄັນນີ້ແມ່ນໂອກາດເພື່ອໃຫ້ ອົດສະຕາລີ ສະແດງການສະໜັບສະໜູນຢ່າງແຮງກັບ ອາຊຽນ ແລະ ບົດບາດຂອງກຸ່ມໃນການຊຸກຍູ້ສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ