ອົດ​ສ​ະ​ຕາ​ລີ ປະ​ກາດ​ການ​ໜູນ​ຊ່ວຍ 530 ລ້ານ USD ໃຫ້​ແກ່​ອາ​ຊຽນ

(VOVWORLD) - ຕາມທ່ານນາງ Penny Wong ແລ້ວ, ການພົວພັນທີ່ສະໜິດແໜ້ນກັບ ອາຊີຕາເວັນອອກສ່ຽງໃຕ້ ໄດ້ກາຍເປັນບຸລິມະສິດແຖວໜ້າຂອງ ລັດຖະບານ ອົດສະຕາລີ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະ ຄວາມໝັ້ນຄົງ
ອົດ​ສ​ະ​ຕາ​ລີ ປະ​ກາດ​ການ​ໜູນ​ຊ່ວຍ 530 ລ້ານ USD ໃຫ້​ແກ່​ອາ​ຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ວັນທີ 13 ກໍລະກົດ, ຢູ່ນະຄອນຫຼວງ ຈາກາຕາ (ອິນໂດເນເຊຍ), ອົດສະຕາລີ ໄດ້ປະກາດແຜນການໜູນຊ່ວຍພັດທະນາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ຕີມໍແລັດເຕ, ໃນຄວາມມານະພະຍາຍາມເພີ່ມທະວີການພົວພັນ ກັບ ອາຊຽນ.

ກ່າວຄຳເຫັນທີ່ກອງປະຊຸມ ກັບບັນດາຄູ່ຮ່ວມມື ອາຊຽນ ຢູ່ຈາກາຕາ, ທ່ານນາງ Penny Wong ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ໃຫ້ຮູ້ວ່າ ລັດຖະບານ ອົດສະຕາລີ ຈະປະກອບເງິນເປັນຈຳນວນ 530 ລ້ານ USD ໃຫ້ແກ່ອາຊີຕາເວັນອອກສ່ຽງໃຕ້ ແລະ ຕີມໍແລັດເຕີໃນປີນີ້. ຕາມທ່ານນາງ Penny Wong ແລ້ວ, ການພົວພັນທີ່ສະໜິດແໜ້ນກັບ ອາຊີຕາເວັນອອກສ່ຽງໃຕ້ ໄດ້ກາຍເປັນບຸລິມະສິດແຖວໜ້າຂອງ ລັດຖະບານ ອົດສະຕາລີ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະ ຄວາມໝັ້ນຄົງ. ເຖິງວ່າວົງເງິນການຄ້າສອງຝ່າຍ ອົດສະຕາລີ - ອາຊຽນ ບັນລຸ 127 ຕື້ USD ໃນປີ 2021ກໍ່ຕາມ, ແຕ່ ສອງຝ່າຍກໍ່ຍັງມີໂອກາດຫຼາຍຢ່າງໃນການເພີ່ມທະວີການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ