ອົດສະຕາລີ ປະກາດງົບປະມານ, ເພີ່ມ ODA ໃຫ້ແກ່ ຫວຽດນາມ

(VOVWORLD) - ໃນແຜນງົບປະມານຄັ້ງນີ້, ອົດສະຕາລີ ໄດ້ສະຫງວນຈຳນວນເງິນປະມານ 1,4 ຕື້ AUD ທຶນຊ່ວຍເຫຼືອພັດທະນາ (ODA) ໃຫ້ແກ່ພາກພື້ນ ປາຊີຟິກ
ອົດສະຕາລີ ປະກາດງົບປະມານ, ເພີ່ມ ODA ໃຫ້ແກ່ ຫວຽດນາມ - ảnh 1ທ່ານ Jim Chakmers, ລັດຖະມົນຕີກະຊວງຄັງເງິນ ອົດສະຕາລີ ປະກາດແຜນການງົບປະມານ  2022-2023
(ພາບ:Gary Ramage)

ວັນທີ 25 ຕຸລາ, ທ່ານ Jim Chakmers, ລັດຖະມົນຕີກະຊວງຄັງເງິນ ອົດສະຕາລີ ປະກາດແຜນການງົບປະມານທຳອິດນັບແຕ່ລັດຖະບານຂອງທ່ານນາຍົກລັດຖະມົນຕີ Anthony Albanese ຮັບດຳລົງຕຳແໜ່ງໃນທ້າຍເດືອນພຶດສະພາ ປີ 2022. ໃນແຜນງົບປະມານຄັ້ງນີ້, ອົດສະຕາລີ ໄດ້ສະຫງວນຈຳນວນເງິນປະມານ 1,4 ຕື້ AUD ທຶນຊ່ວຍເຫຼືອພັດທະນາ (ODA) ໃຫ້ແກ່ພາກພື້ນ ປາຊີຟິກ. ໃນນັ້ນ, ສຳລັບ ຫວຽດນາມ ແລ້ວ, ທຶນ ODA ເຊິ່ງລັດຖະບານ ອົດສະຕາລີ ສະໜອງໃນປີ 2022 – 2023 ແມ່ນເພີ່ມຂຶ້ນແຕ່ລະດັບ 78,9 ລ້ານ AUD ຂຶ້ນເປັນ 92,8 ລ້ານ AUD. ເລື່ອງ ອົດສະຕາລີ ເພີ່ມທຶນ ODA ໃຫ້ແກ່ ຫວຽດນາມ ໄດ້ສະແດງໃຫ້ເຫັນການຖື ຫວຽດນາມ ເປັນສຳຄັນຂອງປະເທດນີ້ ກໍ່ຄືຄວາມຫວັງຢາກຍູ້ແຮງການພົວພັນກັບ ຫວຽດນາມ ຍິ່ງກ່ວາອີກ.

        ລະອຽດຄື: ໃນ 4 ປີຈະມາເຖິງ, ລັດຖະບານ ອົດສະຕາລີ ຈະຈ່າຍເງິນກ່ວາ 8,8 ຕື້ AUD ໃຫ້ບັນດາຂົງເຂດຄື: ການສຶກສາ, ເບິ່ງແຍງດູແລສຸຂະພາບ, ໂຄງການກ່ຽວກັບສິ່ງແວດລ້ອມ; ພະລັງງານສະອາດ…

ຕອບກັບ

ຂ່າວ/ບົດ​ອື່ນ