ອົດສະຕາລີ ປະກາດວັນ ຈັດຕັ້ງການເລືອກຕັ້ງ

ອົດສະຕາລີ ປະກາດວັນ ຈັດຕັ້ງການເລືອກຕັ້ງ - ảnh 1
ທ່ານ​ນາ​ຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Kevin Rudd
(ພາບ: Reuters)

(vovworld) – ອົດ​ສະ​ຕາ​ລີ​ ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​​ໃນ​ວັນ​ທີ​ 7/9 ຈະ​ມາ​ເຖິງ. ​ແຈ້ງ​ຂ່າວ​ດັ່ງ​ກ່າວ​​ໂດຍ​ທ່ານ​ນາ​ຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Kevin Rudd ປະກາດ​ພາຍຫຼັງ​ການ​ພົບ​ປະ​ກັບ​ຜູ້​ມີ​ອຳນາດ​ເຕັມ​ Quetin Bryce ​ເມື່ອ​ຕອນ​ບ່າຍ​ວັນ​ທີ 4/8, ​ເພື່ອ​ສະ​ເໜີ​​ໃຫ້​ທ່ານ​ນາງ​ຜູ້​ມີ​ອຳນາດ​​ເຕັມ ມີ​ຂໍ້​ຕົກລົງກ່ຽວ​ກັບ​ການ​ຈັດການເລືອກ​ຕັ້ງຢ່າງ​ເປັນ​ທາງການ. ຕາມ​ທ່ານ​ນາຍົກລັດຖະມົນຕີ Kevin Rudd ​​ແລ້ວ, ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ຈະ​​ສະ​ແດງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ຂອງຜູ້​ມີ​ສິດ​ເລືອກຕັ້ງ ອົດ​ສະ​ຕາ​ລີ ຕໍ່ຜູ້​ມີ​ຄວາມ​ສາມາດ​ບໍລິຫານ​ພື້ນຖານ​ເສດຖະກິດ. ທ່ານ Kevin Rudd ​ໃຫ້​ຄຳໝັ້ນ​ສັນ​ຍາວ່າພັກ ​​ແຮ​ງງານຈະ​​ເຮັດ​ໃຫ້ງົບປະມານ​ແຫ່ງ​ລັດ​​ເຫຼືອ​ເຟືອຄືນ​ໃໝ່. ການ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ຝ່າຍ​ຕ່າງໆ​ຢູ່ ອົດ​ສະ​ຕາ​ລີ ຍັງ​ມີອີກ 5 ອາທິດ. ປະຈຸ​ບັນ, ​ອັດຕາ​ສະໜັບສະໜູນ​ພັກ​ແຮງ​ງານ ​ແລະ ພັກ​ຝ່າຍ​ຄ້ານ ພວມ​ຢູ່​​ໃນ​ລະດັບ​ທຽບ​ເທົ່າ​ກັນ.

ຂ່າວ/ບົດ​ອື່ນ