ອົດສະຕາລີ ມີຄວາມວິຕົກວັງວົນຕໍ່ເລືຶ່ອງ ຈີນ ດຳເນີນບັນດາການເຄື່ອນໄຫວດ້ານການທະຫານຢູ່ທະເລຕາເວັນອອກ

(VOVWORLD) - ຕາມທ່ານນາງເອກອັກຄະລັດຖະທູດ ແລ້ວ, ບັນດາຮາກຖານເຊິ່ງ ຈີນ ກໍ່ສ້າງໃນທະເລຕາເວັນອອກພຽງລຳພັງຝ່າຍດຽວ ຈະ “ເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນເພີ່ມຂຶ້ນ

ໃນບົດປາໄສທີ່ຍົກອອກມາໃນວັນທີ 10 ມັງກອນ, ທ່ານນາງ Amanda Gorely  ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຟີລິບປິນ ຊີ້ແຈ້ງວ່າ: ອົດສະຕາລີ ບໍ່ສະໜັບສະໜູນບັນດາການເຄື່ອນໄຫວບໍ່ວ່າຂອງປະເທດໃດໄປຝືນກັບຄຳຕັດສິນຂອງສານອະນຸຍາໂຕຕຸລາການ (PCA) ຢູ່ລາໄຮ (ປະເທດ ໂຮນລັງ) ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນ ມີການເຄື່ອນໄຫວນຳໃຊ້ການທະຫານ, ພ້ອມກັນນັ້ນກໍ່ສົ່ງເສີມທັງ ຈີນ ແລະ ຟີລິບປິນ ປະຕິບັດຄຳຕັດສິນນີ້. ທ່ານນາງ Amanda Gorely ໃສ່ໃຈວ່າຄຳຕັດສິນຂອງ PCA “ແມ່ນຄຸນຄ່າ, ແມ່ນຫຼັກການສຳຄັນ ແລະ ເປັນພື້ນຖານ, ແມ່ນແກ່ນສານໃນນະໂຍບາຍການຕ່າງປະເທດຂອງ ອົດສະຕາລີ”.

        ຕາມທ່ານນາງເອກອັກຄະລັດຖະທູດ ແລ້ວ, ບັນດາຮາກຖານເຊິ່ງ ຈີນ ກໍ່ສ້າງໃນທະເລຕາເວັນອອກພຽງລຳພັງຝ່າຍດຽວ ຈະ “ເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນເພີ່ມຂຶ້ນ, ຫຼື ດ້ວຍວິທີໃດໜຶ່ງນັ້ນຈະສະກັດກັ້ນເສັ້ນທາງໄປຜ່ານທະເລຕາເວັນອອກ ຈະເຮັດໃຫ້ ອົດສະຕາລີ ແລະ ຫຼາຍປະເທດອື່ນຖືກຜົນສະທ້ອນ”. ທ່ານນາງກໍ່ຢັ້ງຢືນວ່າ ວິທີສຳຜັດ ແລະ ນະໂຍບາຍຂອງ Canberra ສຳລັບທະເລຕາເວັນອອກ ແມ່ນມີຄວາມສະເໝີຕົ້ນສະເໝີປາຍໃນໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ