ອົດ​ສະ​ຕາ​ລີ​ ຢືນ​ຢັນ​ບູ​ລິ​ມະ​ສິດ​​ການ​ຮ່ວມ​ມື​ຢ່າງແໜ້ນ​ແຟ້ນ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​

(VOVWORLD) - ທ່ານນາຍົກລັດຖະມົນຕີ Albanese ໃຫ້ຮູ້ວ່າ: Canberra ຈະແຕ່ງຕັ້ງຄະນະຜູ້ແທນຂັ້ນສູງອາຊຽນ ແລະ ສ້າງຕັ້ງກົມອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບກະຊວງການຕ່າງປະເທດ ແລະ ການຄ້າ. 
ອົດ​ສະ​ຕາ​ລີ​ ຢືນ​ຢັນ​ບູ​ລິ​ມະ​ສິດ​​ການ​ຮ່ວມ​ມື​ຢ່າງແໜ້ນ​ແຟ້ນ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແລະ  ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese (ພາບ: AFP/TTXVN)

ວັນທີ 6 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍ ອາຊີຕາເວັນອອກສ່ຽງໃຕ້ 670 ລ້ານ AUD (ປະມານ 482 ລ້ານ USD) ໃນບັນຍາກາດການກຳລັງຊອກຫາຊ່ອງທາງເພີ່ມທະວີການສະໜິດຕິດພັນກັບພາກພື້ນ. ກ່າວຄຳເຫັນທີ່ກອງປະຊຸມຂ່າວຮ່ວມການພົບປະເປັນໄລຍະເວລາ 2 ຊົ່ວໂມງ ກັບປະທານາທິບໍດີ ອິນໂດເນເຊຍ Joko Widodo ຢູ່ທຳນຽບປະທານາທິບໍດີ Bogor ຢູ່ນອກເມືອງ Jakarta, ທ່ານນາຍົກລັດຖະມົນຕີ Albanese ເນັ້ນໜັກວ່າ: ຄວາມສະໜິດຕິດພັນຢ່າງເລິກເຊິ່ງກ່າວກັບ ອາຊີຕາເວັນອອກສ່ຽງໃຕ້ແມ່ນບຸລິມະສິດຂອງລັດຖະບານຂອງຂ້າພະເຈົ້າ, ອາຊຽນ ແລະ ບັນດາກົດບັນຍັດທີ່ນຳພາໂດຍອາຊຽນ ແມ່ນໃຈກາງຂອງມູງມອງວິໄສທັດຂອງພວກຂ້າພະເຈົ້າຕໍ່ກັບ ອິນເດຍປາຊີຟິກ-ອາຊີປາຊີຟິກ.

ທ່ານນາຍົກລັດຖະມົນຕີ Albanese ໃຫ້ຮູ້ວ່າ: Canberra ຈະແຕ່ງຕັ້ງຄະນະຜູ້ແທນຂັ້ນສູງອາຊຽນ ແລະ ສ້າງຕັ້ງກົມອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບກະຊວງການຕ່າງປະເທດ ແລະ ການຄ້າ. ນອກຈາກນັ້ນ, ລັດຖະບານຂອງທ່ານຍັງຈະກະກຽມຍຸດທະສາດເສດຖະກິດອາຊຽນ 2040 ເນັ້ນ “ເປັນຂຽດໝາຍບັນດາໂອກາດການສົ່ງອອກ ແລະ ການລົງທຶນໃນປະຈຸບັນ ກໍ່ຄືອະນາຄົດຕໍ່ກັບບັນດາຕະຫຼາດທີ່ສຳຄັນຂອງອາຊຽນ”.

ຕອບກັບ

ຂ່າວ/ບົດ​ອື່ນ