ອົດສະຕາລີ ຢາກເຮັດແໜ້ນການພົວພັນກັບ ອາຊີຕາເວັນອອກສ່ຽງໃຕ້ ຢ່າງເລິກເຊິ່ງກວ່າ

(VOVWORLD) -ທ່ານນາງ Penny Wong ເນັ້ນໜັກວ່າ Canberra ຍາມໃດກໍ່ໃຫ້ຄຳໝັ້ນສັນຍາສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແລະ ບັນດາລະບອບລະບຽບການໂດຍ ອາຊຽນ ນຳພາ.
ອົດສະຕາລີ ຢາກເຮັດແໜ້ນການພົວພັນກັບ ອາຊີຕາເວັນອອກສ່ຽງໃຕ້ ຢ່າງເລິກເຊິ່ງກວ່າ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong
(ພາບ: Twitter)

        ອົດສະຕາລີ ຢາກຮັດແໜ້ນການພົວພັນກັບ ອາຊີຕາເວັນອອກສ່ຽງໃຕ້ ຢ່າງເລິກເຊິ່ງກວ່າ ແລະ ຢາກຮ່ວມມືເພື່ອພາກພື້ນສັນຕິພາບ. ນີ້ແມ່ນຄຳຖະແຫຼງຂອງທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ທີ່ຍົກອອກມາໃນການປະຊຸມຖະແຫຼງຂ່າວຮ່ວມກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ດອນປຣະມີວິນາຍ, ໃນວັນທີ 01 ພະຈິກ, ຢູ່ ບາງກອກ, ໃນຂອບເຂດການຢ້ຽມຢາມ ໄທ ຢ່າງເປັນທາງການ.

        ທ່ານນາງ Penny Wong ເນັ້ນໜັກວ່າ Canberra ຍາມໃດກໍ່ໃຫ້ຄຳໝັ້ນສັນຍາສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແລະ ບັນດາລະບອບລະບຽບການໂດຍ ອາຊຽນ ນຳພາ. ອົດສະຕາລີ ປາດຖະໜາຢາກເຮັດວຽກກັບທຸກຄູ່ຮ່ວມມື ອາຊຽນ ເພື່ອພ້ອມກັນກຳນົດຮູບແບບສະໄໝໃໝ່ໃນປະຈຸບັນ, ລວມທັງການພັດທະນາຍຸດທະສາດເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ 2040.

ຕອບກັບ

ຂ່າວ/ບົດ​ອື່ນ