ອົດສະຕາລີ, ສິງກະໂປ ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ

(VOVWORLD) -2 ຝ່າຍໄດ້ແບ່ງປັນຄວາມສົນໃຈກ່ຽວກັບການຜັນແປຢູ່ ມຽນມາ; ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ
ອົດສະຕາລີ, ສິງກະໂປ ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ຄູ່ຕຳແໜ່ງ ສິງກະໂປ ຫຼີິຊຽນຫຼົງ
(ພາບ: AFP/TTXVN)

        ອົດສະຕາລີ ແລະ ສິງກະໂປ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ເປີດກວ້າງ, ກວມລວມ, ໂດຍອີງໃສ່ລະບຽບກົດໝາຍ ກໍຄືໜູນຊ່ວຍ ແລະ ຊຸກຍູ້ການຄ້າເສລີ ແລະ ຕະຫຼາດເປີດ. ນີ້ແມ່ນເນື້ອໃນໃນຖະແຫຼງການຮ່ວມຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ຄູ່ຕຳແໜ່ງ ສິງກະໂປ ຫຼີິຊຽນຫຼົງ ທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມການນຳປະຈຳປີ ອົດສະຕາລີ - ສິງກະໂປ ຄັ້ງທີ 7 ຢູ່ນະຄອນຫຼວງ Canberra, ໃນວັນທີ 18 ສິງຫາ.

        ໃນຖະແຫຼງການຮ່ວມ, 2 ຝ່າຍໄດ້ແບ່ງປັນຄວາມສົນໃຈກ່ຽວກັບການຜັນແປຢູ່ ມຽນມາ; ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ແລະ ສົ່ງເສີມການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ; ອີກເທື່ອໜຶ່ງໄດ້ຄັດຄ້ານບັນດາການກະທຳພຽງລຳພັງຝ່າຍດຽວເຮັດໃຫ້ປ່ຽນແປງສະພາບເດີມຢູ່ພາກພື້ນນີ້.

        ການນຳ 2 ທ່ານກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາລວມກ່ຽວກັບການຮັກສາ ແລະ ຊຸກຍູ້ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ