ອົດສະຕາລີ ສົ່ງນັກຊ່ຽວຊານໄປໜູນຊ່ວຍວຽກງານກູ້ໄພກູ້ຊີບທີມບານເຕະເຍົາວະຊົນ ໄທ

(VOVWORLD) - ພ້ອມກັນນັ້ນ, ອົດສະຕາລີ ກໍ່ສົ່ງນາຍຕຳຫຼວດຂັ້ນສູງຂອງກຳລັງຕຳຫຼວດລັດ ອົດສະຕາລີ (AFP) ໄປໜູນຊ່ວຍການສ້າງແຜນການ ແລະ ສົມທົບກັບບັນດາກຳລັງເຈົ້າໜ້າທີ່ກູ້ຊ່ວຍຜູ້ປະສົບເຄາະຮ້າຍ ຕື່ມອີກ 1 ຄົນ.

ວັນທີ 5 ກໍລະກົດ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Julie Bishop ໄດ້ປະກາດວ່າ ນັກຊ່ຽວຊານດ້ານປ້ອງກັນຊາດ 2 ທ່ານທີ່ມີວິຊາສະເພາະໃນຂົງເຂດແກ້ໄຂໄພພິບັດ ຂອງອົດສະຕາລີ ຈະເດີນທາງໄປ ໄທ, ໜູນຊ່ວຍການກູ້ໄພທີມບານເຕະເຍົາວະຊົນຂອງປະເທດນີ້ເຊິ່ງປະຈຸບັນພວມຕິດຄ້າງຢູ່ໃນຖ້ຳຫຼວງ ທີ່ຖືກນ້ຳຖ້ວມ. ພ້ອມກັນນັ້ນ, ອົດສະຕາລີ ກໍ່ສົ່ງນາຍຕຳຫຼວດຂັ້ນສູງຂອງກຳລັງຕຳຫຼວດລັດ ອົດສະຕາລີ (AFP) ໄປໜູນຊ່ວຍການສ້າງແຜນການ ແລະ ສົມທົບກັບບັນດາກຳລັງເຈົ້າໜ້າທີ່ກູ້ຊ່ວຍຜູ້ປະສົບເຄາະຮ້າຍ ຕື່ມອີກ 1 ຄົນ.

        ຕາມຂໍ້ສະເໜີຂອງລັດຖະບານ ໄທ ແລ້ວ, ນອກຈາກ ອົດສະຕາລີ, ກໍ່ຍັງມີທະຫານພິເສດຂອງ ອາເມລິກາ 30 ຄົນດ້ວຍການປະກອບອຸປະກອນສະເພາະຂອງກອງບັນຊາການ ມະຫາສະໝຸດອິນເດຍ - ປາຊີຟິກ (INDOPACOM), ພ້ອມກັບນັກຊ່ຽວຊານຕ່າງປະເທດຈຳນວນໜຶ່ງ, ໃນນັ້ນມີນັກຊ່ຽວຊານດຳນ້ຳ 6 ຄົນຈາກ AFP ກໍ່ໄດ້ເຂົ້າຮ່ວມການໜູນຊ່ວຍທະຫານໄທ ກູ້ເອົາຊີວິດຜູ້ປະສົບເຄາະຮ້າຍ.

        ກ່ອນໜ້ານັ້ນ, ວັນທີ 4 ກໍລະກົດ, ວົງການເຈົ້າໜ້າທີ່ ໄທ ໃຫ້ຮູ້ວ່າ ຈະດຳເນີນການສອນລອຍນ້ຳ ແລະ ດຳນ້ຳໃຫ້ທີມບານເຕະນີ້ ເພື່ອກະກຽມໃຫ້ແກ່ວຽກງານກູ້ໄພກູ້ຊີບ, ນຳເຂົາເຈົ້າອອກຈາກຖ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ