ອົດສະຕາລີ ສືບຕໍ່ເພີ່ມທຶນ ODA ໃຫ້ແກ່ ຫວຽດນາມ

(VOVWORLD) - ບ້ວງເງິນ ODA ສະຫງວນໃຫ້ແກ່ ຫວຽດນາມ ຈະແມ່ນ 95,1 ລ້ານ AUD, ເພີ່ມຂຶ້ນປະມານ 2,5%.
ອົດສະຕາລີ ສືບຕໍ່ເພີ່ມທຶນ ODA ໃຫ້ແກ່ ຫວຽດນາມ - ảnh 1ທ່ານລັດຖະມົນຕີການເງິນ ອົດສະຕາລີ Jim Chalmers
(ພາບ: Dylan Robinson)

        ໃນແຜນງົບປະມານໃຫ້ແກ່ປີການເງິນ 2023-2024 ເຊິ່ງທ່ານລັດຖະມົນຕີການເງິນ ອົດສະຕາລີ Jim Chalmers ປະກາດໃນຕອນຄ່ຳວັນທີ 09 ພຶດສະພາ, ອົດສະຕາລີ ຈະເບີກຈ່າຍຈຳນວນເງິນ 4,77 ຕື້ AUD ໃຫ້ແກ່ບ້ວງເງິນຊ່ວຍເຫຼືອພັດທະນາ (ODA). ໄລ່ຕາມພາກພື້ນ, ພາກພື້ນໄດ້ຮັບແຫຼ່ງທຶນ ODA ຫຼາຍກວ່າໝູ່ແມ່ນເຂດປາຊີຟິກ (ກວ່າ 1,9 ຕື້ AUD) ແລະ ຢືນອັນດັບທີ 2 ແມ່ນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (1,2 ຕື້ AUD). ໃນນັ້ນ, ບ້ວງເງິນ ODA ສະຫງວນໃຫ້ແກ່ ຫວຽດນາມ ຈະແມ່ນ 95,1 ລ້ານ AUD, ເພີ່ມຂຶ້ນປະມານ 2,5%.

        ແຫຼ່ງທຶນ ODA ຂອງ ອົດສະຕາລີ ຈະສຸມໃສ່ເຂົ້າໃນການຊຸກຍູ້ຄວາມເປີດອົກເປີດໃຈ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ອິນເດຍ - ປາຊີຟິກ ຜ່ານການລົງທຶນໃຫ້ແກ່ບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ແບ່ງປັນບົດຮຽນພັດທະນາປະຊາຄົມຊາວທ້ອງຖິ່ນກັບບັນດາປະເທດ; ຊຸກຍູ້ບົດບາດຂອງສັງຄົມພົນລະເຮືອນ ເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ. ໃນແຫຼ່ງທຶນ ODA, ອົດສະຕາລີ ກໍ່ສະຫງວນບ້ວງເງິນກ້ອນໃຫຍ່ໃຫ່ແກ່ການເຄື່ອນໄຫວມະນຸດສະທຳ, ຊ່ວຍບັນເທົາທຸກຢ່າງຮີບດ່ວນ ແລະ ລີ້ໄພ ດ້ວຍຈຳນວນເງິນຂຶ້ນເຖິງເກືອບ 480 ລ້ານ AUD.

ຕອບກັບ

ຂ່າວ/ບົດ​ອື່ນ