ອົດ​ສະ​ຕາ​ລີ ສະ​ເໜີ 4 ຂົງ​ເຂດ​ທີ່​ຈະ​ຊຸກ​ຍູ້​ການຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຍຸດ​ທະ​ສາດ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) - ຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ຮອດປີ 2040 ຂອງ ອົດສະຕາລີ ກໍ່ຕີລາຄາວ່າ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ໃນ 4 ຂົງເຂດດັ່ງກ່າວ.
ອົດ​ສະ​ຕາ​ລີ ສະ​ເໜີ 4 ຂົງ​ເຂດ​ທີ່​ຈະ​ຊຸກ​ຍູ້​ການຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຍຸດ​ທະ​ສາດ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ຮອດປີ 2040 ຂອງ ອົດສະຕາລີ ຢັ້ງຢືນ: ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີກຳລັງບົ່ມຊ້ອນຫຼາຍຢ່າງ (ພາບ: VOV)

ເພື່ອເຮັດໃຫ້ການພົວພັນກັບເຂດອາຊີຕາເວັນອອກສ່ຽງໃຕ້ເລິກເຊິ່ງກ່ວາອີກ, ວັນທີ 28 ກັນຍາ ອົດສະຕາລີ ຫາກໍ່ປະກາດຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ຮອດປີ 2040. ໃນຍຸດທະສາດນີ້, ອົດສະຕາລີຢັ້ງຢືນວ່າ ຫວຽດນາມ ແລະ ອົດສະຕາລີ ມີການພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນເມື່ອມີຜົນປະໂຫຍດຍຸດທະສາດລວມ, ການພົວພັນທາງການຄ້າມີການເຕີບໂຕໂດຍໄວ ແລະ ການເຊື່ອມຕໍ່ໃນຂົງເຂດການສຶກສາໄດ້ຮັບການເປີດກວ້າງ. ດັ່ງນັ້ນ, ອົດສະຕາລີຢັ້ງຢືນຈະຊຸກຍູ້ການພົວພັນກັບ ຫວຽດນາມ ໃນ4 ຂົງເຂດລວມມີ: ກະສິກຳ ແລະ ອາຫານການກິນ, ຊັບພະຍາກອນທຳມະຊາດ, ການຫັນເປັນສີຂຽວ ແລະ ການສຶກສາ - ບຳລຸງສ້າງວິຊາຊີບ.

ຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ຮອດປີ 2040 ຂອງ ອົດສະຕາລີ ກໍ່ຕີລາຄາວ່າ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ໃນ 4 ຂົງເຂດດັ່ງກ່າວ, ອົດສະຕາລີຕ້ອງລົບລ້າງຮົ້ວກີດຂວາງ, ຍົກສູງຄວາມສາມາດ ແລະ ຍູ້ແຮງການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ